ມອບໄຟສັກສິດງານກິລາໂອລິມປິກປາຣີໃຫ້ແກ່ຄະນະກໍາມະການຈັດງານໂອລິມປິກປາຣີຢ່າງເປັນທາງການ

2024-04-27 14:24:40 CRI


 

   ວັນທີ 26 ເມສານີ້ຢູ່ສະຖານທີ່ຈັດພິທີມອບ-ຮັບໄຟສັກສິດງານກິລາໂອລິມປິກ ປາຣີ, ປະທານຄະນະກໍາມະການໂອລິມປິກເກຣັກໄດ້ມອບໄຟສັກສິດງານກິລາໂອລິມປິກໃຫ້ແກ່ປະທານຄະນະກໍາມະການຈັດງານໂອລິມປິກປາຣີ. ໄຟສັກສິດດັ່ງກ່າວຈະໄດ້ເກັບຮັກສາໄວ້ຢູ່ສະຖານທູດຝຣັ່ງປະຈໍາເກຣັກໃນຕອນຄໍ່າວັນທີ 26 ເມສານີ້ ແລະ ອອກຈາກເກຣັກມຸ່ງໜ້າສູ່ຝຣັ່ງດ້ວຍເຮືອໃນວັນທີ 27 ເມສານີ້.