ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ເຮັດໃຫ້ເຂດກາຊາມີຜູ້ເສຍຊີວິດ 34.388 ຄົນ

2024-04-28 15:40:48 cri

ວັນທີ 27 ເມສານີ້, ພາກສ່ວນສາທາລະນະສຸກເຂດກາຊາໄດ້ອອກຖະແຫຼງການວ່າ: ໃນເວລາ 24 ຊົ່ວໂມງຜ່ານມານີ້, ກອງທັບອິດສະຣາແອນໄດ້ປະຕິບັດການເຄື່ອນໄຫວທາງທະຫານຢູ່ເຂດກາຊາ 4 ເທື່ອ, ເຮັດໃຫ້ມີຜູ້ເສຍຊີວິດ 32 ຄົນ ແລະ ບາດເຈັບ 69 ຄົນ.

ນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕີນກັບອິດສະຣາແອນຮອບໃໝ່ເມື່ອວັນທີ 7 ຕຸລາ 2023 ເປັນຕົ້ນມາ, ການເຄື່ອນໄຫວທາງການທະຫານຂອງອິດສະຣາແອນຢູ່ເຂດກາຊາໄດ້ເຮັດໃຫ້ຊາວປາແລັດສະຕີນເສຍຊີວິດ 34.388 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບ 77.437 ຄົນ.