ທ່ານຫວາງຢີ້ສົນທະນາທາງໂທລະສັບກັບທີ່ເປິກສາວຽກງານການຕ່າງປະເທດຂອງປະທານາທິບໍດີຝຣັ່ງ

2024-04-28 10:43:12 CRI

   ວັນທີ 27 ເມສານີ້, ທ່ານ ຫວາງຢີ້ ກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ, ຫົວໜ້າຫ້ອງວ່າການຄະນະກໍາມະການວຽກງານການຕ່າງປະເທດສູນກາງຈີນໄດ້ສົນທະນາທາງໂທລະສັບກັບທ່ານ ບົງນາດ ທີ່ເປິກສາວຽກງານການຕ່າງປະເທດຂອງປະທານາທິບໍດີຝຣັ່ງຕາມການນັດໝາຍ.


   ໃນໂອກາດນີ້, ທ່ານ ຫວາງຢີ້ ກ່າວວ່າ: ຈິນຍິນດີຮ່ວມກັບຝຣັ່ງເພີ່ມທະວີການໄປມາຫາສູ່ກັນລະຫວ່າງການນໍາຂັ້ນສູງ, ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງປະເທດໃຫ້ກ້າວຂຶ້ນສູ່ລະດັບໃໝ່ ເພື່ອເສີມຂະຫຍາຍບົດບາດອັນສໍາຄັນຂອງສອງປະເທດໃຫຍ່ ຈີນ-ຝຣັ່ງ ເຂົ້າໃນການຮັບມືກັບສິ່ງທ້າທາຍທົ່ວໂລກ. ຫວັງວ່າຝຣັ່ງຈະຊຸກຍູ້ໃຫ້ສະຫະພາບເອີຣົບສືບຕໍ່ປະຕິບັດນະໂຍບາຍຕໍ່ຈີນຢ່າງຕັ້ງໜ້າ ແລະ ຕິດແທດຕົວຈິງ.


   ທ່ານ ບົງນາດ ກ່າວວ່າ: ສອງຝ່າຍຄວນຮ່ວມກັນຊຸກຍູ້ບັນຫາເຄັ່ງຮ້ອນໃຫ້ ຜ່ອນຄາຍລົງ, ຮັບມືກັບສິ່ງທ້າຍທາຍທົ່ວໂລກ ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນ, ພ້ອມທັງຊຸກຍູ້ສາຍພົວພັນລະຫວ່າງຝຣັ່ງ-ຈີນ ກໍຄືເອີຣົບ-ຈີນໃຫ້ໄດ້ຮັບການພັດທະນາຕື່ມອີກ.


   ສອງຝ່າຍເຫັນດີໃຫ້ດໍາເນີນການຮ່ວມມືດ້ານການພັດທະນາປັນຍາປະດິດ, ສືບຕໍ່ເພີ່ມທະວີການປະສານງານເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສ້າງກົນໄກ “ຈາກຟາມຝຣັ່ງໄປຮອດໂຕະອາຫານຈີນ” ຕື່ມອີກ ເພື່ອສ້າງສະພາບແວດລ້ອມທີ່ດີໃນການລົງທຶນ ແລະ ພັດທະນາທຸລະກິດຢູ່ປະເທດຂອງກັນແລະກັນໃຫ້ແກ່ວິສາຫະກິດຂອງສອງປະເທດ.