ທີ່ສຳຄັນຂອງຄວາມທັນສະໄໝແບບຈີນແມ່ນຊີວິດການເປັນຢູ່ຂອງປະຊາຊົນ

2024-04-29 16:01:06 cri



ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ບໍ່ມີອັນວ່າ ດີທີ່ສຸດ ມີພຽງແຕ່ວ່າ ດີກວ່າເກົ່າເທົ່ານັ້ນ.

 

ວັນທີ22ເມສາ2024, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ລົງເຄື່ອນ ໄຫວຢ້ຽມຢາມແລະເຮັດວຽກຢູ່ກຳແພງນະຄອນຈຸ່ງກິ່ງ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ, ໃນເວລາເດີນທາງໄປຢ້ຽມຢາມຖາມຂ່າວປະຊາຊົນຢູ່ເຂດຊຸມຊົນບ້ານມິນຈູຖະໜົນເຊ້ຍເຈ່ຍວ່ານເມືອງຈິວໂຫຼງໂພ່, ເພິ່ນໄດ້ເນັ້ນໜັກວ່າ: ທີ່ສຳຄັນຂອງຄວາມທັນສະ ໄໝແບບຈີນ ແມ່ນຊີວິດການເປັນຢູ່ຂອງປະຊາຊົນ, ສິ່ງທີ່ພັກກອມມູນິດຈີນຕ້ອງປະຕິບັດນັ້ນກໍແມ່ນເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ມີຄວາມສຸກຫຼາຍກວ່າເກົ່າ.

ຈາກການໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນວ່າ “ຄວາມປາດຖະໜາຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ດີງາມກໍແມ່ນເປົ້າ ໝາຍສູ້ຊົນຂອງພວກເຮົາ.” ຈົນຮອດຄຳຊີ້ນຳດ້ວຍຄວາມສຳຄັນທີ່ວ່າ “ຢູ່ບົນເສັ້ນທາງລຶບລ້າງຄວາມທຸກຍາກ ບໍ່ໃຫ້ປະຖິ້ມຜູ້ໃດແລະຊົນເຜົ່າໃດໄວ້ຢູ່ຂ້າງຫຼັງ.” ຕະຫຼອດຮອດການກ່າວປະກາດຢ່າງໜັກແໜ້ນວ່າ: “ທີ່ສຳຄັນຂອງຄວາມທັນສະໄໝແບບຈີນ ແມ່ນຊີວິດການເປັນຢູ່ຂອງປະຊາຊົນ”. ບໍ່ວ່າເວລາໃດ, ປະຊາຊົນແມ່ນຄອງຖານະອັນສຳຄັນທີ່ສຸດຢູ່ໃນໃຈຂອງທ່ານສີຈິ້ນຜິງມາໂດຍຕະຫຼອດ.



ວັນທີ22ເມສາ2024, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມເຂດຊຸມຊົນບ້ານມິນຈູຖະໜົນເຊ້ຍເຈ່ຍວ່ານເມືອງຈິວໂຫຼງໂພ່ກຳແພງນະຄອນຈຸ່ງກິ່ງ

 

   ເດືອນຕຸລາປີ2022, ໃນເວລາຜ່ານບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ສະເໜີອອກຢ່າງຈະແຈ້ງວ່າ: “ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ,” ເຊິ່ງເປັນການອອກຄຳສັ່ງປຸກລະດົມຂົນຂວາຍການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ ແລະຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານ.

 

“ທີ່ສຳຄັນຂອງຄວາມທັນສະໄໝແບບຈີນແມ່ນຊີວິດການເປັນຢູ່ຂອງປະຊາຊົນ” ມີຄວາມໝາຍວ່າ ໃນຂະບວນການສ້າງຄວາມທັນສະໄໝແບບຈີນແມ່ນຕ້ອງຖືເອົາການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໄວ້ຢູ່ໃນຖານະສຳຄັນຢ່າງສະເໝີຕົ້ນສະເໝີປາຍ, ເຮັດໃຫ້ຜົນງານດ້ານການພັດທະນາສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທຸກຖ້ວນໜ້າຫຼາຍກວ່າເກົ່າແລະຍຸຕິທຳກວ່າເກົ່າ.

 

ໃນການລົງເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ກຳແພງນະຄອນຈຸ່ງກິ່ງຄັ້ງນີ້, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: “ສຸມໃສ່ວຽກງານຈຸດສຸມຕົວຈິງທີ່ຊາວກະສິກອນມີຄວາມຮຽກຮ້ອງຕ້ອງການຢ່າງແຮງກ້າໃນໄລຍະປັດຈຸບັນ, ທັງເປັນວຽກງານທີ່ສາມາດປະຕິບັດໄດ້ແລະສາມາດເຫັນໄດ້ປະສິດທິຜົນພາຍໃນເວລາພຽງບໍ່ເທົ່າໃດປີ, ເຮັດວຽກໃດຕ້ອງໃຫ້ສຳເລັດວຽກນັ້ນ, ໃຫ້ຊາວກະສິກອນໄດ້ຮັບຜົນປະໂຫຍດຕົວຈິງທີ່ສາມາດຮູ້ສຶກເຖິງແລະເຂົ້າເຖິງໄດ້.”

 

ເພິ່ນຫວັງໃຫ້ຄະນະພັກແລະອົງການປົກຄອງທຸກຂັ້ນຕ່າງກໍສາມາດທຸ້ມເທກຳລັງຊັບແລະກຳລັງວັດຖຸຫຼາຍກວ່າເກົ່າເຂົ້າໃນການແກ້ໄຂບັນຫາຊີວິດການເປັນຢູ່ຂອງປະຊາຊົນ, ສາມາດເຮັດວຽກຈຳນວນໜຶ່ງທີ່ສ້າງຜົນປະໂຫຍດຕົວຈິງຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນທຸກປີ, ເຮັດໃຫ້ປະຊາຊົນມີຄວາມຮູ້ສຶກວ່າໄດ້ຮັບຜົນປະໂຫຍດ, ມີຄວາມສຸກແລະມີຄວາມປອດໄພເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.

 

ທຸກວຽກງານທີ່ກ່ຽວຂ້ອງກັບປະຊາຊົນແມ່ນຄວາມຫ່ວງໃຍຢູ່ໃນໃຈສະເໝີ.

 

ເດືອນພະຈິກປີ2023, ໃນເວລາລົງສຳຫຼວດກວດກາສະພາບການກໍ່ສ້າງເຮືອນເຊົ່ານະໂຍບາຍຢູ່ກຳແພງນະຄອນຊຽງໄຮ້, ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ເປັນພິເສດຕໍ່ຄວາມມີສະຕິຄວາມເປັນເຈົ້າມະຫານະຄອນຂອງແຮງງານເຄື່ອນຍ້າຍຈາກພາຍນອກ.

 



ວັນທີ29ພະຈິກ2023, ທ່ານສີຈິ້ນຜິງໄດ້ລົງສຳຫຼວດກວດກາສະພາບການດຳລົງຊີວິດຂອງແຮງງານທີ່ເຮັດວຽກຢູ່ແຖວຫນ້າເພື່ອສ້າງສາຕົວເມືອງຢູ່ກຳແພງນະຄອນຊຽງໄຮ້

ທ່ານສີຈິ້ນຜິງກ່າວວ່າ: “ແຮງງານເຄື່ອນຍ້າຍແມ່ນໄດ້ປະກອບສ່ວນເພື່ອຊຽງໄຮ້, ເຂົາເຈົ້າກໍແມ່ນເຈົ້າຂອງຕົວເມືອງເຊັ່ນດຽວກັນ.”

 

ເພິ່ນໄດ້ຮຽກຮ້ອງໃຫ້ຈັດຕັ້ງປະຕິບັດແນວຄິດຕົວເມືອງປະຊາຊົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນທີ່ມີຕໍ່ເຮືອນຢູ່ຫຼາຍຮູບແບບແລະ ຫຼາຍປະເພດຢ່າງບໍ່ຢຸດຢັ້ງ, ເພື່ອຮັບປະກັນໃຫ້ປະຊາກອນທີ່ມາຈາກຕ່າງຖິ່ນສາມາດເຂົ້າມາໄດ້,ຢູ່ຕໍ່ໄດ້,ຢູ່ໄດ້ຢ່າງສະບາຍໃຈ ແລະສາມາດປະສົບຜົນສຳເລັດໃນວຽກງານໄດ້.

 

ເດືອນຕຸລາປີ2023, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມບ້ານສືເມີນ ເຊິ່ງເປັນບ້ານດັ້ງເດີມທີ່ສັງກັດບ້ານຫວາງຊຸ່ນຕາແສງຊິວໂຂ້ວເມືອງອູ້ຢວນນະຄອນຊ້າງຢາວ ແຂວງຈ່ຽງຊີ ທາງພາກຕາເວັນອອກສຽງໃຕ້ຂອງຈີນ.

 

ທ່າມກາງສຽງຕົບມືດັງຟົດສະໜັ່ນຂອງຊາວບ້ານທັງຫຼາຍ, ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມສະໜິດສະໜົມວ່າ: “ຄວາມທັນສະໄໝແບບຈີນຕ້ອງມີຄວາມທັນສະໄໝຂອງຕົວເມືອງ, ຍັງຕ້ອງມີຄວາມທັນສະໄໝຂອງກະສິກຳແລະຊົນນະບົດນຳອີກ.”

 

ເພິ່ນຊີ້ໃຫ້ເຫັນວ່າ: ສິ່ງແວດລ້ອມທຳມະຊາດທີ່ສວຍງາມນັ້ນ ແມ່ນຊັບພະຍາກອນຄຸນນະພາບດີສຳລັບການພັດທະນາຊົນນະບົດໃຫ້ຈະເລີນ, ຕ້ອງຊອກໃຫ້ເຫັນຊ່ອງທາງທີ່ມີປະສິດທິຜົນໃນການຫັນປ່ຽນສິ່ງແວດລ້ອມທຳມະຊາດໃຫ້ເປັນຄຸນຄ່າດ້ານນິເວດ ເພື່ອເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຕົວຈິງ.

 

ຈາກນີ້ຈຶ່ງເຫັນໄດ້ວ່າ: ຄຳຊີ້ນຳຕ່າງໆຂອງທ່ານສີຈິ້ນຜິງເຊັ່ນ: “ຕົວເມືອງບໍ່ ພຽງແຕ່ຕ້ອງມີລະດັບສູງເທົ່ານັ້ນ, ຍິ່ງຕ້ອງມີຄວາມອົບອຸ່ນນຳອີກ.”, “ສ້າງສາຊົນນະບົດໃຫ້ສວຍງາມກວ່າເກົ່າ, ເຮັດໃຫ້ຊີວິດການເປັນຢູ່ມີຄວາມສະບາຍໃຈແລະມີຄວາມສຸກນັບມື້ນັບຫຼາຍຂຶ້ນ.” ທັງໝົດນີ້ລ້ວນແຕ່ແມ່ນຄວາມໝາຍສຳຄັນຂອງຄຳວ່າ “ທີ່ສຳຄັນຂອງຄວາມທັນສະໄໝແບບຈີນ ແມ່ນຊີວິດການເປັນຢູ່ຂອງປະຊາຊົນ”.

 

ຊາດເປັນຂອງປະຊາຊົນ, ປະຊາຊົນເປັນພື້ນຖານຂອງຊາດ.

 

ໃນຊຸມປີຜ່ານມານີ້, ຈີນໄດ້ສຸມໃສ່ການຮັບປະກັນແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນຂະບວນການພັດທະນາຢ່າງສະເໝີຕົ້ນສະເໝີປາຍ ແລະສຸມຄວາມພະຍາຍາມແກ້ໄຂບັນຫາສຳຄັນຕ່າງໆທີ່ກ່ຽວຂ້ອງກັບຊີວິດການເປັນຢູ່ຂອງປະຊາຊົນເຊັ່ນ: ການປະກອບອາຊີບ, ການລ້ຽງຊີບໄວຊະລາ, ການສຶກສາ, ການປິ່ນປົວພະຍາດເປັນຕົ້ນ.

 

ປີ2023, ຈີນໄດ້ເພີ່ມທະວີການເສີມສ້າງຂອດອ່ອນດ້ານການສຶກສາພາກບັງຄັບ, ສະເພາະແຕ່ນະໂຍບາຍກ່ຽວກັບການຍົກສູງມາດຕະຖານເງິນອຸດໜູນການສຶກສາຂອງລັດແລະຫຼຸດອັດຕາດອກເບັ້ຍພຽງຢ່າງດຽວເທົ່ານັ້ນ ກໍໄດ້ສ້າງຜົນປະໂຫຍດໃຫ້ແກ່ນັກຮຽນນັກສຶກສາຫຼາຍກວ່າ 11 ລ້ານຄົນແລ້ວ. ຈີນໄດ້ວາງນະໂຍບາຍສະໜັບສະໜູນວິສາຫະກິດຮັກສາຄວາມໝັ້ນທ່ຽງຂອງຕຳແໜ່ງງານແລະເພີ່ມຕຳແໜ່ງງານ, ຈຳນວນປະຊາກອນທີ່ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຖືກຈ້າງງານຫຼາຍກວ່າ33ລ້ານຄົນ,  11ຂະແໜງການຂອງລັດຖະບານໄດ້ຮ່ວມສຳພັນວາງມາດຕະການ18ປະການ, ຕັ້ງໜ້າພັດທະນາການບໍລິການດ້ານການກິນດື່ມສຳລັບຜູ້ເຖົ້າ ແລະອື່ນໆ.

 



ວັນທີ10 ເມສາ2024 ຮ້ານຂາຍຢາມະຫາຊົນແຫ່ງຫນຶ່ງຢູ່ນະຄອນຈິ່ນຮວາແຂວງເຈີ້ຈ່ຽງໃຫ້ການບໍລິການຈ່າຍເງິນດ້ວຍບັດປະກັນສຸຂະພາບແບບສະແກນຫນ້າເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: “ຄວາມທັນສະໄໝບໍ່ພຽງແຕ່ຕ້ອງເບິ່ງຂໍ້ມູນຕົວຊີ້ວັດຢູ່ເທິງເຈ້ຍເທົ່ານັ້ນ, ຍິ່ງຕ້ອງໄດ້ເບິ່ງຄວາມສຸກແລະສຸຂະພາບແຂງແຮງຂອງປະຊາຊົນນຳອີກ.”

 

ໃນການຊຸກຍູ້ຂະບວນການສ້າງຄວາມທັນສະໄໝແບບຈີນ, ການເຮັດແນວໃດເພື່ອຮັບປະກັນແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ເຮັດວຽກຕົວຈິງເພື່ອປະຊາຊົນ, ເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຕົວຈິງ? ຈາກການວາງແຜນນັບແຕ່ຂັ້ນເທິງສູງສຸດຈົນຮອດການລົງຢ້ຽມຢາມແລະເຮັດວຽກຢູ່ຂັ້ນຮາກຖານ, ຈາກການວາງແຜນໂດຍລວມຈົນຮອດການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຢ່າງລະອຽດ, ທ່ານສີຈິ້ນຜິງໄດ້ຄົ້ນຄວ້າພິຈາລະນາຢ່າງລະອຽດແລະຕິດແທດຕົວຈິງ.

 

ເດືອນມີນາປີ2023, ໃນໂອກາດປະກອບຄຳເຫັນຕໍ່ກອງປະຊຸມສົນທະນາລະຫວ່າງການນຳຂັ້ນສູງພັກກອມມູນິດຈີນກັບພັກການເມືອງຂອງໂລກ, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກວ່າ: ເສັ້ນທາງແຫ່ງຄວາມທັນສະໄໝໃນທີ່ສຸດຈະສາມາດເດີນໄປຂ້າງໜ້າໄດ້ແລະເດີນໄປໄດ້ຢ່າງໝັ້ນທ່ຽງຫຼືບໍ່ນັ້ນ ທີ່ສຳຄັນແມ່ນຕ້ອງເບິ່ງຢູ່ບ່ອນວ່າຈະສາມາດຍຶດໝັ້ນການຖືປະຊາຊົນເປັນໃຈກາງໄດ້ຫຼືບໍ່.

 

ຊີວິດການເປັນຢູ່ຂອງປະຊາຊົນຄືພື້ນຖານແຫ່ງຄວາມສຸກຂອງປະຊາຊົນ ແລະພື້ນຖານແຫ່ງຄວາມກົມກຽວຂອງສັງຄົມ.

 

 ໃນໂອກາດເປັນປະທານກອງປະຊຸມສຳມະນາກ່ຽວກັບການຊຸກຍູ້ການພັດທະນາພາກຕາເວັນຕົກຢ່າງຂະໜາດໃຫຍ່ໃນຍຸກໃໝ່ທີ່ຈັດຂຶ້ນເມື່ອບໍ່ດົນມານີ້, ທ່ານສີຈິ້ນຜິງໄດ້ກ່າວເຖິງບັນຫາຕ່າງໆກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນເຊັ່ນ: “ຊຸກຍູ້ໃຫ້ຊາວກະສິກອນປະກອບອາຊີບເພື່ອເພີ່ມລາຍໄດ້ຢູ່ໃກ້ບ້ານ.”, “ສຸມກຳລັງເຂົ້າໃນການແກ້ໄຂບັນຫາທີ່ປະຊາຊົນມີຄວາມເດືອດຮ້ອນ, ຫຍຸ້ງຍາກ ແລະມີຄວາມກັງວົນໃຈ”, “ຮັກສາສະຖຽນລະພາບຢູ່ຂັ້ນຮາກຖານ, ປະຊາຊົນມີຄວາມສະຫງົບປອດໄພ.” ແລະອື່ນໆ.

 

ນອກນີ້ ທ່ານສີຈິ້ນຜິງຍັງມີຄຳຊີ້ນຳວ່າ: “ເຮັດວຽກທີ່ສ້າງຜົນປະໂຫຍດໃຫ້ປະຊາຊົນ,ເຮັດໃຫ້ປະຊາຊົນອຸ່ນໃຈ,ຕາມໃຈປາດຖະໜາຂອງປະຊາຊົນແລະໃຫ້ໄດ້ໃຈປະຊາຊົນ.” “ເພີ່ມທະວີການກໍ່ສ້າງເພື່ອຊີວິດການເປັນຢູ່ຂອງປະຊາຊົນທີ່ມີລັກສະນະພື້ນຖານ, ໃຫ້ຜົນປະໂຫຍດຢ່າງທົ່ວເຖິງ ແລະມີລັກສະນະຮັບປະກັນຂັ້ນພື້ນຖານ, ປັບປຸງລະບົບປະກັນສັງຄົມໃຫ້ສົມບູນຂຶ້ນ.” ແລະອື່ນໆ. ບໍ່ວ່າຈະເປັນການລົງເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ທ້ອງຖິ່ນ ຫຼື ເປັນປະທານກອງປະຊຸມສຳຄັນ, ກ່າວຄຳປາໄສສຳຄັນ, ວາງແຜນນະໂຍບາຍສຳຄັນ, ທ່ານສີຈິ້ນຜິງລ້ວນແຕ່ມີຄວາມຫ່ວງໃຍເຖິງປະຊາຊົນແລະສ້າງຄວາມຜາສຸກໃຫ້ແກ່ປະຊາຊົນມາໂດຍຕະຫຼອດ.

 

ການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເປົ້າໝາຍສຸດທ້າຍກໍແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນທີ່ຢາກມີຊີວິດທີ່ດີງາມຢ່າງບໍ່ຢຸດຢັ້ງ. ຄຳເວົ້າຂອງທ່ານສີຈິ້ນຜິງທີ່ວ່າ “ທີ່ສຳຄັນຂອງຄວາມທັນສະໄໝແບບຈີນ ແມ່ນຊີວິດການເປັນຢູ່ຂອງປະຊາຊົນ”  ແມ່ນໄດ້ສ່ອງແສງໃຫ້ເຫັນເຖິງອຸດົມການແຕ່ຫົວທີທີ່ບໍ່ປ່ຽນແປງຄື ເຮັດທຸກສິ່ງຢ່າງເພື່ອປະຊາຊົນ.

 

 

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ