ຟິລິບປິນທີ່ປະຕິເສດ “ສັນຍາທາງປາກຕໍ່ປາກ” ຖືວ່າບໍ່ມີຄວາມໜ້າເຊື່ອຖືເລີຍ

2024-04-29 17:39:55 CRI


ວັນທີ 27 ເມສານີ້, ທ່ານເຕໂອໂດໂຣ ໂລເຊນ (Teodoro Lochen) ລັດຖະມົນຕີກະຊວງປ້ອງກັນປະເທດຟິລິບປິນກ່າວວ່າ, ນັບແຕ່ລັດຖະບານຊຸດປັດຈຸບັນຂອງຟິລິບປິນຂຶ້ນດຳລົງຕຳແໜ່ງໃນປີ 2022 ເປັນຕົ້ນມາ, ກະຊວງປ້ອງກັນປະເທດຟິລິບປິນບໍ່ເຄີຍຮັບຮູ້ ກໍບໍ່ເຄີຍໄດ້ບັນລຸສັນຍາເປັນການພາຍໃນໃດໆກັບຈີນກ່ຽວກັບຄວາມຂັດແຍ້ງຢູ່ທະເລຈີນໃຕ້. ນີ້ເປັນຝ່າຍຟິລິບປິນປະຕິເສດ “ສັນຍາປາກຕໍ່ປາກ” ລະຫວ່າງຈີນ ກັບ ຟິລິບປິນກ່ຽວກັບບັນຫາຫາດຕື້ນເຣີ໋ນໄອ້ອີກເທື່ອໜຶ່ງ ໂດຍຖັດຈາກທ່ານເຟີດີນັນ ໂຣມວນເດັດ ມາຄົສ ປະທານາທິບໍດີຟິລິບປິນ ແລະ ທ່ານເອດົວໂດ ອາໂນ Eduardo Año ທີ່ເປິກສາຄວາມໝັ້ນຄົງແຫ່ງຊາດຟິລິບປິນ.

 

ໃນໄລຍະທີ່ລັດຖະບານຂອງທ່ານໂຣດຣີໂກ ດູເຕີເຕກຳອຳນາດຂອງຟິລິບປິນ, ເພື່ອຮັກສາສະຖຽນລະພາບຢູ່ທະເລຈີນໃຕ້, ຈີນ ແລະ ຟິລິບປິນໄດ້ບັນລຸ “ສັນຍາປາກຕໍ່ປາກ” ກ່ຽວກັບບັນຫາຫາດຕື້ນເຣີ໋ນໄອ້, ໂດຍຟິລິບປິນໃຫ້ຄຳໝັ້ນສັນຍາວ່າຈະບໍ່ສົ່ງວັດສະດຸກໍ່ສ້າງໃດໆໃຫ້ກັບກຳປັ່ນຮົບທີ່ຕັ້ງໃຈເຂົ້າໄປຄ້າງຢູ່ຫາດຕື້ນເຣີ໋ນໄອ້ຢ່າງຜິດກົດໝາຍອີກ; ໂດຍພິຈາລະນາຈາກດ້ານມະນຸດສະທຳ, ຈີນກໍມີການຈັດວາງເປັນກໍລະນີພິເສດ ຟິລິບປິນເຄື່ອງໃຊ້ປະຈຳວັນທີ່ຈຳເປັນເທົ່ານັ້ນໄປໃຫ້ກຳປັ່ນຮົບທີ່ເຂົ້າໄປຄ້າງຢູ່ຫາດຕື້ນເຣີ໋ນໄອ້ຢ່າງຜິດກົດໝາຍ.

 

ຫຼັງຈາກລັດຖະບານຊຸດປັດຈຸບັນຂອງຟິລິບປິນຂຶ້ນມາບໍລິຫານປະເທດໃນເດືອນມິຖຸນາ 2022 ເປັນຕົ້ນມາ ຈົນຮອດຕົ້ນເດືອນກຸມພາປີ 2023, ພາກສ່ວນແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງຂອງຈີນ ແລະ ຟິລິບປິນໄດ້ປະຕິບັດຕາມສັນຍາດັ່ງກ່າວໂດຍຕະຫຼອດ. ນອກນັ້ນ, ຈີນຍັງໄດ້ແຈ້ງ ແລະ ແລກປ່ຽນກ່ຽວກັບ “ສັນຍາປາກຕໍ່ປາກ” ດັ່ງກ່າວຫຼາຍເທື່ອກັບການນຳຂັ້ນສູງຂອງຟິລິບປິນ. ປີ 2023, ຝ່າຍຈີນໄດ້ເຊື້ອເຊີນທູດພິເສດດ້ານວຽກງານພິເສດຂອງປະທານາທິບໍດີຟິລິບປິນເດີນທາງມາຈີນເພື່ອເປິກສາຫາລືກ່ຽວກັບການຄຸ້ມຄອງ ແລະ ຄວບຄຸມສະຖານະການຢູ່ບໍລິເວນຫາດຕື້ເຣີ໋ນໄອ້, ທັງໄດ້ບັນລຸການຜ່ອນສັ້ນຜ່ອນຍາວແກ່ກັນລະຫວ່າງສອງຝ່າຍ. ໃນຕົ້ນປີ 2024 ນີ້, ຈີນໄດ້ເປິກສາຫາລືກັບຝ່າຍຟິລິບປິນຫຼາຍເທື່ອໂດຍຜ່ານຊ່ອງທາງການທູດ, ແລະໄດ້ບັນລຸ “ຮູບແບບໃໝ່” ໃນການສົ່ງເຄື່ອງໃຊ້ປະຈຳວັນທີ່ຈຳເປັນເຂົ້າໄປໃນຫາດຕື້ນເຣີ໋ນໄອ້. ແຕ່ວ່າ, ຫຼັງຈາກໄດ້ປະຕິບັດຂໍ້ຕົກລົງທີ່ກ່ຽວຂ້ອງເທື່ອໜຶ່ງແລ້ວ, ຟິລິບປິນກໍປະຖິ້ມຂໍ້ຕົກລົງເຫຼົ່ານີ້ແຕ່ຝ່າຍດຽວຢ່າງໄຮ້ເຫດຜົນ.

 

ຫວ່າງກ່ອນນີ້ບໍ່ດົນ, ໃນໄລຍະທີ່ທ່ານເຟີດີນັນ ໂຣມວນເດັດ ມາຄົສ ປະທານາທິບໍດີຟິລິບປິນເດີນທາງໄປຢ້ຽມຢາມອາເມຣິກາ, ມີຜູ້ປະທ້ວງຂອງຟິລິບປິນກ່າວວ່າ, ຟິລິບປິນພວມຖືກອາເມຣິກາດຶງເຂົ້າສູ່ “ຕ່ອງໂສ້ເກາະດອນທີ 1” ທີ່ເປັນແນວໜ້າການປໍລະປັກກັບຈີນນີ້ເປັນຍຸດທະສາດການເມືອງພູມີພາກຂອງອາເມຣິກາເພື່ອຖ່ວງດຶງປະເທດຈີນ. ຍັງມີນັກວິເຄາະຊີ້ອອກວ່າ, ອາເມຣິກາພວມຫັນປ່ຽນຟິລິບປິນເປັນ “ເມືອງຂຶ້ນໃໝ່” ເພື່ອປົກປ້ອງຜົນປະໂຫຍດຂອງຕົນຢູ່ພາກພື້ນອາຊີປາຊີຟິກ,ບັງການໃຫ້ຟິລິບປິນທ້າທາຍເກາະຜິດຢູ່ທະເລຈີນໃຕ້ແລ້ວຜ່ານຟິລິບປິນບິນເຂົ້າແຊກແຊງວຽກງານພາກພື້ນ, ເພື່ອສະກັດກັ້ນປະເທດຈີນ, ແລະຮັກສາຄວາມເປັນເຈົ້າອຳນາດຂອງຕົນໃນໂລກ.

 

ການປະຕິເສດ “ສັນຍາປາກຕໍ່ປາກ”ລະຫວ່າງຈີນກັບຟິລິບປິນ, ພຽງແຕ່ຈະເຮັດໃຫ້ຟິລິບປິນຕົກເປັນຜູ້ກໍ່ກຳທຳເຂັນທີ່ບໍ່ນັບຖືປະຫວັດສາດ, ເສຍຄວາມໜ້າເຊື່ອຖື ແລະ ສ້າງຄວາມວຸ້ນວາຍຢູ່ພາກພື້ນເທົ່ານັ້ນ. ການເລືອກເສັ້ນທາງເດີນທີ່ຖືກຕ້ອງຂອງຟິລິບປິນຄື ເຄົາລົບປະຫວັດສາດ, ເຄົາລົບຄຳໝັ້ນສັນຍາ, ຍຸດຕິການທ້າທາຍເກາະຜິດ, ແລະຄວນກັບຄືນສູ່ການເຈລະຈາຄືນໃໝ່.