ຈຳນວນຊາວຕ່າງປະເທດເດີນທາງມາຈີນໃນໄຕມາດທຳອິດປີນີ້ເພີ່ມຂຶ້ນ 3 ເທົ່າກວ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

2024-04-29 10:47:15 cri

ໄຕມາດທຳອິດປີນີ້, ຈຳນວນຊາວຕ່າງປະເທດເດີນທາງມາຈີນໃນໄຕມາດທຳອິດປີນີ້ໄດ້ເພີ່ມຂຶ້ນ 3 ເທົ່າກວ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ຈຳນວນຊາວຕ່າງປະເທດເຂົ້າເມືອງຈີນທີ່ຍົກເວັ້ນວີຊາໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ຄົນຕ່າງປະເທດເຂົ້າ-ອອກເມືອງຈີນຢ່າງບໍ່ຂາດສາຍ, ໃນນັ້ນລວມທັງນັກທຸລະກິດຕ່າງປະເທດຈຳນວນຫຼວງຫຼາຍທີ່ຢາກມາດຳເນີນທຸລະກິດຢູ່ຈີນ.


ເດືອນມີນາຜ່ານມາ, ຈີນໄດ້ວາງແຜນດຳເນີນງານທີ່ລວມທັງ “ມາດຕະການ 24 ຂໍ້” ໂດຍໄດ້ຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງແທ້ຈິງ ເພື່ອດຶງດູດ ແລະ ນຳໃຊ້ທຶນຕ່າງປະເທດໃຫ້ໄດ້ຫຼາຍກວ່າເກົ່າ; ກະຊວງການຄ້າຈີນໄດ້ຈັດກິດຈະກຳຕ່າງໆພາຍໃຕ້ຫົວຂໍ້ “ການລົງທຶນຢູ່ຈີນ”; ຫົວໜ້າຝ່າຍບໍລິຫານຂອງວິສາຫະກິດຂ້າມຊາດລະດັບນຳໜ້າຂອງໂລກຫຼາຍທ່ານໄດ້ເດີນທາງມາຈີນຕາມໆກັນ; ງານວາງສະແດງສິນຄ້ານຳເຂົ້າ-ສົ່ງອອກຈີນ, ງານວາງສະແດງລົດປັກກິ່ງ ແລະ ງານວາງສະແດງດ້ານວິຊາການປະເພດຕ່າງໆ ໄດ້ດຶງດູດຜູ້ຕາງໜ້າວິສາຫະກິດຕ່າງປະເທດມາເຂົ້າຮ່ວມງານ, ຈັດຊື້ສິນຄ້າ ແລະ ພົບປະສັງສັນໃນງານວາງສະແດງເປັນຈຳນວນຫຼວງຫຼາຍ.