ໃນໄຕມາດທີ 1 ຍອດມູນຄ່າການຈໍລະຈອນສິນຄ້າໃນສັງຄົມຈີນເພີ່ມຂຶ້ນ 5,9%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023

2024-04-29 10:56:07 CRI

ວັນທີ 29 ເມສານີ້, ສະຫະພັນຈໍລະຈອນສິນຄ້າ ແລະ ການຈັດຊື້ຈີນໄດ້ປະກາດຂໍ້ມູນການເຄື່ອນໄຫວຂອງການຈໍລະຈອນສິນຄ້າໃນໄຕມາດທີ 1 ປີນີ້. ໂດຍສະແດງໃຫ້ເຫັນວ່າ, ການເຄື່ອນໄຫວຂອງການຈໍລະຈອນສິນຄ້າໄດ້ຮັກສາໃນທ່ວງທ່າຟື້ນຕົວໂດຍລວມ, ຍອດມູນຄ່າການຈໍລະຈອນສິນຄ້າໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ, ຄວາມຕ້ອງການດ້ານການຈໍລະຈອນສິນຄ້າໄດ້ຟື້ນຟູດີຂຶ້ນ, ການເຄື່ອນໄຫວມີລັກສະນະໝັ້ນທ່ຽງຂຶ້ນຢ່າງຈະແຈ້ງ.

 

ໃນໄຕມາດທີ 1 ປີນີ້, ຍອດມູນຄ່າການຈໍລະຈອນສິນຄ້າໃນທົ່ວສັງຄົມມີເຖິງ 88.000 ຕື້ຢວນ, ເພີ່ມຂຶ້ນ 5,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ໄວຂຶ້ນ 0,5% ເມື່ອທຽບໃສ່ໄຕມາດທີ 4 ປີ 2023, ແລະໄວຂຶ້ນ 2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

 

ເມື່ອເບິ່ງຈາກໂຄງປະກອບຂອງຍອດມູນຄ່າການຈໍລະຈອນສິນຄ້າໃນສັງຄົມແລ້ວເຫັນວ່າ, ຍອດມູນຄ່າການຈໍລະຈອນສິນຄ້າຜະລິດຕະພັນອຸດສາຫະກຳກວມປະມານ 90%, ການຈໍລະຈອນສິນຄ້າຍັງຄົງມີບົດບາດເຂັ້ມແຂງໃນການຄ້ຳຊູຂົງເຂດການຜະລິດ.