ໃນ 4 ເດືອນທຳອິດປີນີ້ ປະລິມານຂົນສົ່ງໄປສະນີດ່ວນທົ່ວປະເທດຈີນບັນລຸ 50 ຕື້ກວ່າອັນ

2024-04-30 10:35:38 CRI


ອີງຕາມຕົວເລກຕິດຕາມຂອງກົມໄປສະນີແຫ່ງຊາດຈີນສະແດງໃຫ້ເຫັນວ່າ, ນັບມາຮອດວັນທີ 29 ເມສານີ້, ປະລິມານຂົນສົ່ງໄປສະນີດ່ວນໃນທົ່ວປະເທດຈີນມີຫຼາຍກວ່າ 50 ຕື້ອັນ, ເຊິ່ງໄດ້ໄວຂຶ້ນອີກ 32 ມື້ເມື່ອທຽບໃສ່ປີ 2023.


ປັດຈຸບັນ, ແຕ່ລະມື້ມີພັດສະດຸໄປສະນີດ່ວນ 100 ລ້ານກວ່າອັນຖືກຂົນສົ່ງໄປທົ່ວເຂດຊົນນະບົດ. ແຕ່ຕົ້ນປີມານີ້, ຢູ່ພາກກາງ ແລະ ພາກຕາເວັນຕົກຂອງຈີນມີປະລິມານພັດສະດຸໄປສະນີດ່ວນເພີ່ມຂຶ້ນຢ່າງວ່ອງໄວ, ກາຍເປັນກຳລັງສຳຄັນທີ່ຊຸກຍູ້ການພັດທະນາຂອງຂະແໜງການ. ຕົວເລກສະແດງໃຫ້ເຫັນວ່າ, ປີນີ້, ຄຽງຄູ່ກັບວິສາຫະກິດໄປສະນີດ່ວນ ຮ່ວມມືກັບເວທີການຄ້າເອເລັກໂຕຣນິກທົດລອງດຳເນີນການທົດລອງແຜນເພື່ອຍົກລະດັບການບໍລິການຢູ່ເຂດຊິ່ນຈ່ຽງ, ການຂົນສົ່ງພັດສະດຸໄປສະນີຢູ່ເຂດຊິ່ນຈ່ຽງສະເລ່ຍຕໍ່ມື້ໄດ້ເພີ່ມຂຶ້ນເກືອບ 1 ລ້ານອັນ.


ປັດຈຸບັນ, ການປັບປຸງສູນແຈກຢາຍພັດສະດຸໄປສະນີດ່ວນຂະໜາດໃຫຍ່ດ້ວຍເຕັກໂນໂລຊີອັດສະລິຍະແມ່ນໄດ້ເລັ່ງລັດໄວຂຶ້ນ, ສາງສະສົມສິນຄ້າທີ່ບໍ່ໃຊ້ແຮງຄົນ, ລົດທີ່ບໍ່ມີຄົນຂັບ, ເຮືອບິນບໍ່ມີຄົນຂັບ ແລະ ເຕັກໂນໂລຊີທີ່ທັນສະໄໝອື່ນໆໄດ້ຮັບການນຳໃຊ້ກວ້າງອອກໄປຢ່າງວ່ອງໄວ, ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ລະດັບອັດສະລິຍະໃນຂະແໜງການດັ່ງກ່າວໄດ້ຍົກສູງຂຶ້ນເລື້ອຍໆ.