ຄວາມສວຍງາມກາຍເປັນລາຍຮັບ ດອກໂບຕັນໄດ້ເພີ່ມພະລັງແຮງເຂົ້າໃນການພັດທະນາເສດຖະກິດ

2024-04-30 10:25:49 cri



    ໄລຍະນີ້, ປະເທດຈີນເຂົ້າສູ່ໄລຍະດອກໄມ້ບານ. ສວນໂບຕັນທີ່ມີເນື້ອທີ່ຫຼາຍໝື່ນເຮັກຕາຢູ່ນະຄອນເຮີເຈີ, ແຂວງຊ່ານຕົ່ງຂອງຈີນ ໄດ້ເຂົ້າສູ່ໄລຍະອອກດອກຫຼາຍທີ່ສຸດ, ການຄ້າດອກໂບຕັນຢູ່ແຫ່ງນັ້ນກໍມີບັນຍາກາດຟົດຟື້ນ.




    ຢູ່ນະຄອນເຮີເຈີ, ດອກໂບຕັນ ຈາກການໃຊ້ເປັນຢາປົວພະຍາດ ແລະ ທ່ຽວຊົມເປັນຫຼັກໃນເມື່ອກ່ອນ, ແຕ່ປັດຈຸບັນ ໄດ້ພັດທະນາກາຍເປັນຕ່ອງໂສ້ອຸດສາຫະກຳທີ່ຂ້ອນຂ້າງຄົບຖ້ວນ, ການປຸງແຕ່ງດອກໂບຕັນເປັນອາຫານ ກໍໄດ້ຮັບຄວາມນິຍົມຊົມຊອບຫຼາຍ. ນອກຈາກນີ້ແລ້ວ, ມັນຍັງໄດ້ຊຸກຍູ້ອີກຂະແໜງການໜຶ່ງຂອງທ້ອງຖິ່ນ ຄື: ການແຕ້ມຮູບໂບຕັນ.



    ທ່ານຢາວຊູ້ຈ່າວ ທີ່ມີອາຍຸ 53 ປີ ແມ່ນນັກແຕ້ມຊື່ດັງທີ່ເປັນຊາວກະສິກອນໃນທ້ອງຖິ່ນ, ລາວໄດ້ນຳສະເໜີຜົນງານຮູບແຕ້ມໂບຕັນອັນໃໝ່ຂອງຕົນ ໂດຍຜ່ານການຖ່າຍທອດສົດເລື້ອຍໆ. ສະຫະກອນທີ່ລາວຄຸ້ມຄອງບໍລິຫານນັ້ນ ໄດ້ບຳລຸງສ້າງນັກແຕ້ມທີ່ເປັນຊາວກະສິກອນ 300 ກວ່າຄົນ. ຢູ່ນະຄອນເຮີເຈີ, ນັກແຕ້ມຮູບທີ່ເປັນຊາວກະສິກອນທີ່ກ້າວຈາກເບື້ອງຫຼັງ ຫັນມາອອກໜ້າກ້ອງ ຄືທ່ານຢາວຊູ້ຈ່າວ ແມ່ນມີຈຳນວນຫຼາຍ. ການຖ່າຍທອດສົດບໍ່ພຽງແຕ່ໄດ້ຍົກສູງຊື່ສຽງຂອງສະຫະກອນເທົ່ານັ້ນ ຍັງໄດ້ຮັບໃບສັ່ງຈອງຫຼາຍຂຶ້ນອີກດ້ວຍ.




    ຊຸມປີມໍ່ໆມານີ້, ເມືອງຈວີ້ເຢຂອງນະຄອນເຮີເຈີໄດ້ເສີມຂະຫຍາຍທ່າແຮງດ້ານອຸດສາຫະກຳຮູບແຕ້ມ ໂດຍໄດ້ສ້າງສູນແຕ້ມຮູບຂັ້ນຮາກຖານ ແລະ ສູນແຕ້ມຮູບຊົນນະບົດຢູ່ຊົນນະບົດ ແລະ ເຂດຊຸມຊົນທີ່ມີການຄົມມະນາຄົມສະດວກ ແລະ ມີປະຊາກອນຈຳນວນຫຼາຍ, ອົງການປົກຄອງເມືອງໄດ້ສົ່ງນັກແຕ້ມອາຊີບໄປປະຈຳສູນເພື່ອຈັດການເຝິກອົບຮົມ; ຜ່ານການເຝິກອົບຮົມເປັນເວລາ 30-60 ວັນແລ້ວ, ຊາວກະສິກອນທົ່ວໄປກໍສາມາດແຕ້ມຮູບໃຫ້ສຳເລັດດ້ວຍຕົນເອງໄດ້. ຫຼັງຈາກນັ້ນ, ສະຫະກອນຈະຈັດຊື້ນຳຊາວກະສິກອນຢ່າງເປັນເອກະພາບ, ຮູບແຕ້ມແຜ່ນໜຶ່ງສາມາດສ້າງລາຍຮັບໄດ້ 500-1000 ຢວນໃຫ້ແກ່ຊາວກະສິກອນ.



    ເມືອງຈວີ້ເຢຂອງນະຄອນເຮີເຈີ ຍັງໄດ້ຈັດງົບປະມານສະເພາະດ້ານການພັດທະນາຂະແໜງການແຕ້ມຮູບ ແລະ ຂຽນໂຕໜັງສືງາມ ຈຳນວນ 5 ລ້ານຢວນ; ແຕ່ລະປີ, ຈະບຳລຸງສ້າງນັກແຕ້ມທ້ອງຖິ່ນ 3.000 ກວ່າຄົນ, ຄາດວ່າ ຍອດມູນຄ່າການຜະລິດໂດຍລວມດ້ານການແຕ້ມຮູບ ແລະ ຂຽນໂຕໜັງສືງາມໃນປີ 2024 ນີ້ ຈະບັນລຸ 2 ຕື້ 500 ລ້ານຢວນ.

    ປັດຈຸບັນ, ເມືອງຈວີ້ເຢມີ 8 ຕາແສງ ແລະ 50 ບ້ານມີອາຊີບແຕ້ມຮູບໂດຍສະເພາະ, ມີສູນແຕ້ມຮູບຂັ້ນຮາກຖານ 56 ແຫ່ງ ແລະ ມີຜູ້ປະກອບອາຊີບກ່ຽວກັບການແຕ້ມຮູບ ແລະ ຂຽນໂຕໜັງສືງາມຈຳນວນ 2 ໝື່ນກວ່າຄົນ.