ເວທີເປິກສາຫາລືການປະດິດສ້າງໃໝ່ຂອງສື່ມວນຊົນໂລກຄັ້ງທີ 3 ຈັດຂຶ້ນຢູ່ປັກກິ່ງ

2024-04-30 11:19:39 CRI


ກອງປະຊຸມເວທີເປິກສາຫາລືການປະດິດສ້າງໃໝ່ຂອງສື່ມວນຊົນໂລກ ເຊິ່ງແມ່ນວິທະຍຸ ແລະ ໂທລະພາບສູນກາງຈີນ ຫຼື CMG ເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 29 ເມສານີ້ ຢູ່ນະຄອນຫຼວງປັກກິ່ງ ໂດຍມີຫົວຂໍ້ວ່າ “AI ທີ່ຖືຄວາມດີງາມເປັນຫຼັກ, ແບກຫາບຄວາມຮັບຜິດຊອບຮ່ວມກັນ”, ມີຜູ້ແທນຂົງເຂດຕ່າງໆຂອງອົງການຈັດຕັ້ງສາກົນ, ອົງການສື່ຕົ້ນຕໍຂອງຈີນ ແລະ ຕ່າງປະເທດ, ຄັງປັນຍາຂອງຈີນ ແລະ ຕ່າງປະເທດ ແລະ ວິສາຫະກິດຂ້າມຊາດ ທັງໝົດ 200 ກວ່າທ່ານໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ໂດຍຜ່ານທາງອອນລາຍ ແລະ ອອຟລາຍ.




ທ່ານເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ຫົວໜ້າ CMG ກ່າວວ່າ: CMG ໄດ້ຜະລິດລາຍການກ່ຽວກັບ AI ຕ່າງໆ ເຊິ່ງເປັນການເປີດຍຸກໃໝ່ແຫ່ງການປະດິດຄິດແຕ່ງດ້ານສິລະປະວັນນະຄະດີ ແລະ ການສືບທອດວັດທະນະທຳ ດ້ວຍກຳລັງການຜະລິດໃນຄຸນນະພາບສູງ ແລະ ກຳລັງການເຜີຍແຜ່ໃນຄຸນນະພາບສູງ. ພວກເຮົາຈະຕ້ອງຍຶດໝັ້ນການນຳໃຊ້ເຕັກໂນໂລຊີ AI ໃນທາງທີ່ດີງາມ, ຮ່ວມກັນສ້າງປັນຍາປະດິດອັນມີຄຸນຄ່າ; ພວກເຮົາຈະຕ້ອງຍຶດໝັ້ນຫຼັກການຄວາມປອດໄພທີ່ສາມາດຄວບຄຸມໄດ້, ຮ່ວມກັນສ້າງປັນຍາປະດິດທີ່ມີຄວາມຮັບຜິດຊອບ; ພວກເຮົາຈະຕ້ອງຍຶດໝັ້ນການບໍລິຫານຮ່ວມກັນລະຫວ່າງຫຼາຍຝ່າຍ, ຮ່ວມກັນສ້າງປັນຍາປະດິດທີ່ມີຄວາມຍືນຍົງ.