ເສດຖະກິດມື້ພັກໄດ້ສ່ອງແສງໃຫ້ເຫັນເຖິງຄວາມໜຽວແໜ້ນ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງເສດຖະກິດຈີນ

2024-04-30 14:55:23 cri

ເສດຖະກິດມື້ພັກແມ່ນປ່ອງຢ້ຽມສຳຄັນໃນການສັງເກດເສດຖະກິດຈີນ. ຈາກຕະຫຼາດທີ່ເຕັມໄປດ້ວຍຄວາມມີຊີວິດຊີວາໃນມື້ພັກ, ສາມາດຮັບຮູ້ໄດ້ເຖິງທ່າອຽງເສດຖະກິດຈີນທີ່ຟື້ນຕົວຄືນຢ່າງຕໍ່ເນື່ອງ. ຕົວເລກຂໍ້ມູນທີ່ອົງການສະຖິຕິແຫ່ງຊາດຈີນເປີດເຜີຍໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ, ການບໍລິໂພກໃນມື້ພັກຂອງຈີນແມ່ນນັບມື້ນັບຄຶກຄື້ນຂຶ້ນ, ໃນບຸນກຸດຈີນ ແລະ ບຸນຊິງໝິງປີນີ້, ຈຳນວນນັກທ່ອງທ່ຽວ ແລະ ລາຍຮັບຈາກການທ່ອງທ່ຽວລ້ວນແຕ່ໄດ້ສູງກວ່າລະດັບຂອງປີ 2019 ແລະ ໄດ້ເຕີບໂຕ 10%ຂຶ້ນໄປ.


ຕົວເລກຂໍ້ມູນທີ່ກະຊວງວັດທະນະທຳແລະທ່ອງທ່ຽວຈີນເປີດເຜີຍສະແດງໃຫ້ເຫັນວ່າ: 3 ມື້ພັກບຸນປີໃໝ່ສາກົນປີ 2024, ຈີນມີຄົນທ່ອງທ່ຽວພາຍໃນປະເທດ 135 ລ້ານເທື່ອຄົນ, ເພີ່ມຂຶ້ນ 155,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໄດ້ສ້າງລາຍຮັບດ້ານການທ່ອງທ່ຽວ 79,73 ຕື້ຢວນ, ເພີ່ມຂຶ້ນ 200,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.


ໃນໄລຍະພັກບຸນກຸດຈີນປີນີ້, ຈີນມີຄົນທ່ອງທ່ຽວພາຍໃນປະເທດ 474 ລ້ານເທື່ອຄົນ, ເພີ່ມຂຶ້ນ 34,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ໄດ້ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019; ກາຍໃຊ້ຈ່າຍໃນການທ່ອງທ່ຽວພາຍໃນປະເທດມີເຖິງ 632,687 ຕື້ຢວນ, ເພີ່ມຂຶ້ນ 47,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ໄດ້ເພີ່ມຂຶ້ນ 7,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ໃນໄລຍະພັກ 3 ມື້ຂອງບຸນຊິງໝິງປີນີ້, ຈີນມີຄົນທ່ອງທ່ຽວພາຍໃນປະເທດ 119 ລ້ານເທື່ອຄົນ, ເພີ່ມຂຶ້ນ 11,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019; ການໃຊ້ຈ່າຍໃນການທ່ອງທ່ຽວພາຍໃນປະເທດມີເຖິງ 53,95 ຕື້ຢວນ, ເພີ່ມຂຶ້ນ 12,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.


ກອງປະຊຸມວຽກງານເສດຖະກິດສູນກາງຈີນສະເໜີອອກມາວ່າ: “ຈີນຈະຊຸກຍູ້ການຫັນເປັນອຸດສາຫະກຳແບບໃໝ່, ການຫັນເປັນຂໍ້ມູນຂ່າວສານ, ການຫັນເປັນຕົວເມືອງ ແລະ ການຫັນກະສິກຳເປັນແບບທັນສະໄໝໃຫ້ເຂົ້າສູ່ລວງເລິກ, ການບໍລິໂພກໄດ້ກາຍເປັນກຳລັງພື້ນຖານໃນການຊຸກຍູ້ການເຕີບໂຕຂອງເສດຖະກິດນັບມື້ນັບຫຼາຍຂຶ້ນ.” ສະນັ້ນ, ຕ້ອງຈັດເອົາການຟື້ນຟູ ແລະ ເປີດກວ້າງການບໍລິໂພກໄວ້ຢູ່ໃນຖານະບຸລິມະສິດ.

ເສດຖະກິດມື້ພັກນັບມື້ນັບຄຶກຄື້ນໄດ້ສ່ອງແສງໃຫ້ເຫັນວ່າ, ຈີນມີທ່າແຮງດ້ານຕະຫຼາດຂະໜາດໃຫຍ່ເປັນພິເສດ ແລະ ມີພື້ນຖານອຸດສາຫະກຳທີ່ໜັກແໜ້ນ. ຈາກນີ້ເຫັນໄດ້ວ່າ, ເສດຖະກິດຈີນມີຄວາມໜຽວແໜ້ນ ແລະ ຄວາມສາມາດບົ່ມຊ້ອນດ້ານການພັດທະນາອັນໃຫຍ່ຫຼວງ. ຄຽງຄູ່ກັບທ້ອງຖິ່ນຕ່າງໆ ແລະ ພາກສ່ວນຕ່າງໆຂອງຈີນໄດ້ປະຕິບັດມາດຕະການຊຸກຍູ້ຕໍ່ການບໍລິໂພກ, ການຈຳໜ່າຍໃນຕະຫຼາດຈະເຕີບໂຕໄວຂຶ້ນ ແລະ ພື້ນທີ່ການບໍລິໂພກທີ່ບົ່ມຊ້ອນກໍຈະນັບມື້ນັບກວ້າງຂວາງ. ໃນໄລຍະພັກ 5 ມື້ຂອງວັນກຳມະກອນສາກົນທີ່ຈະໝູນວຽນມາເຖິງ, ຕະຫຼາດບໍລິໂພກຂອງຈີນກໍຈະສາມາດສ້າງຜົນງານທີ່ດີເດັ່ນອີກຄັ້ງໜຶ່ງເຊັ່ນດຽວກັນ.