IMF ຄາດຄະເນວ່າ: ເສດຖະກິດພາກພື້ນອາຊີປາຊີຟິກຈະເພີ່ມຂຶ້ນ 4,5% ໃນປີ 2024

2024-04-30 10:45:36 cri

ວັນທີ 30 ເມສານີ້, ອົງການກອງທຶນເງິນຕາສາກົນ ຫຼື IMF ໄດ້ເປີດເຜິຍບົດລາຍງານແລມອງເສດຖະກິດພາກພື້ນອາຊີປາຊີຟິກສະບັບເດືອນເມສາປີ 2024 ຢູ່ສິງກະໂປ ໂດຍຄາດຄະເນວ່າ: ການເຕີບໂຕຂອງເສດຖະກິດຂອງພາກພື້ນອາຊີປາຊີຟິກໃນປີ 2024 ຈະຫຼາຍກວ່າຕົວເລກທີ່ຄາດຄະເນໄວ້ໃນເມື່ອກ່ອນ ເຊິ່ງຈະບັນລຸເຖິງ 4,5%. ພາກພື້ນອາຊີປາຊີຟິກຍັງຈະກາຍເປັນເຂດແຄວ້ນທີ່ມີພະລັງຊີວິດຫຼາຍທີ່ສຸດ, ການເຕີບໂຕຂອງເສດຖະກິດຢູ່ເຂດແຄວ້ນດັ່ງກ່າວໄດ້ກວມເອົາ 60% ຂອງການເຕີບໂຕຂອງເສດຖະກິດໂລກ.