ລົດໃຊ້ພະລັງງານໃໝ່ໄດ້ກາຍເປັນ “ພະເອກ" ໃນງານວາງສະແດງລົດປັກກິ່ງປີ 2024

2024-04-30 16:03:00 CRI

ງານວາງສະແດງລົດສາກົນປັກກິ່ງຄັ້ງທີ 18 ພວມຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ ແລະ ຈະດຳເນີນໄປເຖິງວັນທີ 4 ພຶດສະພາໜ້ານີ້ ໂດຍມີບໍລິສັດຜູ້ສະໜອງລົດທີ່ມີຊື່ສຽງທັງພາຍໃນແລະຕ່າງປະເທດ 6.000 ກວ່າແຫ່ງ, 600 ກວ່າຕົວເມືອງ ແລະ ຫຼາຍສິບປະເທດເຂົ້າຮ່ວມ.

ລົດໃຊ້ພະລັງງານໃໝ່ໄດ້ກາຍເປັນ “ພະເອກ" ໃນງານວາງສະແດງລົດຄັ້ງນີ້ໂດຍບໍ່ຕ້ອງສົງໄສ. ຈຳນວນລົດໃຊ້ພະລັງງານໃໝ່ທີ່ເຂົ້າຮ່ວມງານວາງສະແດງຄັ້ງນີ້ມີເຖິງ 278 ຄັນ, ເພີ່ມຂຶ້ນ 70% ເມື່ອທຽບໃສ່ງານວາງສະແດງຄັ້ງຜ່ານມາ; ໃນນັ້ນ, ມີ 20 ກວ່າຍີ່ຫໍ້ລົດໃຊ້ພະລັງງານໃໝ່ໄດ້ເຂົ້າຮ່ວມງານວາງສະແດງລົດປັກກິ່ງເປັນຄັ້ງທຳອິດ.

ໃນຊຸມປີຜ່ານມາ, ປະລິມານການຜະລິດ ແລະ ຈຳໜ່າຍຂອງລົດໃຊ້ພະລັງງານໃໝ່ຂອງຈີນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າທີ່ສຸດ. ເມື່ອສັງເກດຈາກຕົວເລກຈຳໜ່າຍແລ້ວເຫັນວ່າ, ໃນ 4 ປີຜ່ານມາ, ປະລິມານການຈຳໜ່າຍລົດໃຊ້ພະລັງງານໃໝ່ຂອງຈີນໄດ້ເພີ່ມຈາກ 1,36 ລ້ານຄັນເປັນ 9,5 ລ້ານຄັນໃນປີ 2023, ເພີ່ມຂຶ້ນເກືອບ 6 ເທົ່າ. ຕົວເລກຂໍ້ມູນຫຼ້າສຸດໃນປີນີ້ສະແດງໃຫ້ເຫັນວ່າ, ອັດຕາການເຂົ້າເຖິງຕະຫຼາດລົດໃຊ້ພະລັງງານໃໝ່ຂອງຈີນມີຫຼາຍກວ່າ 50% ເຊິ່ງລື່ນກາຍລົດໃຊ້ນ້ຳມັນເຊື້ອໄຟເປັນຄັ້ງທຳອິດ. ໝາຍຄວາມວ່າ, ຂາຍລົດ 10 ຄັນໃດ ກໍຈະມີລົດໃຊ້ພະລັງງານໃໝ່ 1 ຄັນ.