ເນື່ອງໃນໂອກາດວັນກຳມະກອນສາກົນວຽນມາເຖິງ, ທ່ານສີຈິ້ນຜິງ ຝາກຄວາມອວຍພອນວັນບຸນແລະຄວາມຢື້ຢາມຖາມຂ່າວທີ່ຈິງໃຈໄປຍັງປະຊາຊົນຜູ້ອອກແຮງງານທັງຫຼາຍທົ່ວປະເທດຈີນ

2024-05-01 11:35:13 cri

ເນື່ອງໃນໂອກາດວັນກຳມະກອນສາກົນວຽນມາເຖິງນີ້, ທ່ານສີຈິນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ຕາງໜ້າສູນກາງພັກກອມມູນິດຈີນ, ຝາກຄວາມອວຍພອນວັນບຸນແລະຄວາມຢື້ຢາມຖາມຂ່າວທີ່ຈິງໃຈໄປຍັງປະຊາຊົນຜູ້ອອກແຮງງານທັງຫຼາຍທົ່ວປະເທດຈີນ.


ທ່ານສີຈິ້ນຜິງ ຊີ້ອອກວ່າ, ປະຊາຊົນຜູ້ອອກແຮງງານທັງຫຼາຍໄດ້ຮ່ວມຈິດຮ່ວມໃຈກັບພັກ, ບາກບັ່ນສູ້ຊົນນຳພັກ, ອອກແຮງງານຢ່າງດຸໝັ່ນ, ອຸທິດກຳລັງຢ່າງບໍ່ເຫັນແກ່ຕົວ, ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາພາລະກິດຂອງພັກແລະປະເທດຊາດ ດ້ວຍສະຕິປັນຍາແລະເຫື່ອແຮງຂອງຕົນ. ຫວັງວ່າ, ປະຊາຊົນຜູ້ອອກແຮງງານທັງຫຼາຍຈະເຂົ້າຮ່ວມວຽກງານການຊຸກຍູ້ ຄວາມທັນສະໄໝແບບຈີນດ້ວຍການພັດທະນາທີ່ມີຄຸນນະພາບສູງຢ່າງຟົດຟື້ນແລະຫ້າວຫັນ, ບາກບັ່ນສູ້ຊົນຢ່າງບໍ່ລົດລະ ເພື່ອຊຸກຍູ້ການສ້າງສາປະເທດໃຫ້ເຂັ້ມແຂງຢ່າງຮອບດ້ານ ແລະພາລະກິດອັນຍິ່ງໃຫຍ່ທີ່ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊົນຈີນ.