ກອງຕຳຫຼວດປ້ອງກັນຊາຍຝັ່ງທະເລຈີນ ແລະຫວຽດນາມດຳເນີນການລາດຕະເວນຮ່ວມຄັ້ງທຳອິດຢູ່ເຂດທະເລອ່າວເປີຍປູ້ປີ 2024

2024-05-01 17:17:57 cri

ເພື່ອສືບຕໍ່ລົງເລິກການຮ່ວມມືດ້ານການປະຕິບັດກົດໝາຍທາງທະເລລະຫວ່າງກອງຕຳຫຼວດປ້ອງກັນຊາຍຝັ່ງທະເລຈີນ-ຫວຽດນາມ, ຮ່ວມກັນຮັກສາຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ເຂດທະເລອ່າວເປີຍປູ້, ລະຫວ່າງວັນທີ 27 ຫາ 29 ເມສາຜ່ານມານີ້, ກຳປັ່ນຕຳຫຼວດປ້ອງກັນຝັ່ງທະເລຈີນ 4302 ແລະ 4203 ໄດ້ຮ່ວມກັບກຳປັ່ນຕຳຫຼວດປ້ອງກັນຝັ່ງທະເລຫວຽດນາມ 8004 ແລະ 8003 ດຳເນີນການລາດຕະເວນຮ່ວມຄັ້ງທຳອິດຢູ່ເຂດທະເລອ່າວເປີຍປູ້ໃນປີ 2024. ນີ້ແມ່ນການລາດຕະເວນຮ່ວມຄັ້ງທີ 27 ຂອງອົງການປະຕິບັດກົດໝາຍທາງທະເລຈີນ-ຫວຽດນາມນັບແຕ່ປີ 2006 ເປັນຕົ້ນມາ. ກອງກຳປັ່ນຕຳຫຼວດປ້ອງກັນຝັ່ງທະເລຈີນ-ຫວຽດນາມປະຕິບັດຕາມແຜນການ ແລະເສັ້ນທາງເດີນເຮືອທີ່ໄດ້ກຳນົດໄວ້, ດຳເນີນການລາດຕະເວນຈາກໃຕ້ຂຶ້ນເໜືອຕາມເສັ້ນຊາຍແດນທາງທະເລຢູ່ອ່າວເປີຍປູ້ລະຫວ່າງຈີນ ແລະຫວຽດນາມ. ໃນໄລຍະນີ້, ໄດ້ສັງເກດ, ບັນທຶກ ແລະກວດກາກຳປັ່ນດຳເນີນງານຂອງສອງປະເທດ, ໄດ້ໂຄສະນາອົບຮົມຕໍ່ຊາວປະມົງ ແລະລູກເຮືອ, ໄດ້ລາດຕະເວນເປັນເວລາທັງໝົດ 49 ຊົ່ວໂມງ ແລະ 255,5 ໄມທະເລ, ການດຳເນີນງານ ແລະການຜະລິດທາງທະເລມີຄວາມເປັນລະບຽບຮຽບຮ້ອຍໂດຍລວມ.