ຈຸນັກບິນອະວະກາດເຊີນໂຈ່ວ 17 ກັບຄືນນະຄອນຫຼວງປັກກິ່ງດ້ວຍຄວາມປອດໄພ

2024-05-01 14:43:08 cri


ຈຸນັກບິນອະວະກາດທີ່ໄດ້ສຳເລັດພາລະກິດການບິນບັນທຸກຄົນເຊີນໂຈ່ວ 17 ຢ່າງເຕັມເມັດເຕັມໜ່ວຍນັ້ນ ໄດ້ເດີນທາງດ້ວຍເຮືອບິນກັບຄືນນະຄອນຫຼວງປັກກິ່ງດ້ວຍຄວາມປອດໄພໃນວັນທີ 1 ພຶດສະພານີ້.


ຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນແນະນຳໃຫ້ຮູ້ວ່າ, ເມື່ອຮອດນະຄອນຫຼວງປັກກິ່ງແລ້ວ, ນັກບິນອະວະກາດ 3 ຄົນຈະເຂົ້າໃນໄລຍະຢູ່ແຍກປ່ຽວເພື່ອຟື້ນຟູສຸຂະພາບ, ແລະຈະໄດ້ຮັບການກວດກາທາງແພດສາດແລະການປະເມີນຕໍ່ສຸຂະພາບຢ່າງຮອບດ້ານ, ແລະໃຫ້ໄດ້ພັກຜ່ອນ. ຫຼັງຈາກນັ້ນ, ເຂົາເຈົ້າຈະຮ່ວມກັນໃຫ້ສຳພາດຕໍ່ສື່ມວນຊົນຢູ່ນະຄອນຫຼວງປັກກິ່ງ.