ໂຄສົກກອງຕຳຫຼວດປ້ອງກັນຊາຍຝັ່ງທະເລຈີນກ່າວຄຳເຫັນກ່ຽວກັບເລື່ອງທີ່ຟີລິບປິນລ່ວງເຂົ້າເຂດທະເລເກາະຮວງຢຽນຢ່າງຜິດກົດໝາຍ

2024-05-01 14:36:25 CRI

ວັນທີ 1 ພຶດສະພານີ້, ທ່ານກ່ານຢູຍ ໂຄສົກກອງຕຳຫຼວດປ້ອງກັນຊາຍຝັ່ງທະເລຈີນກ່າວວ່າ: ວັນທີ 30 ເມສານີ້, ເຮືອຕຳຫຼວດທະເລ 4410, ເຮືອລັດຖະກິດ 3004 ຂອງຟີລິບປິນບໍ່ເອົາຫົວຊານຳການແຈ້ງເຕືອນເທື່ອແລ້ວເທື່ອອີກຂອງຈີນ, ຊູຊີລ່ວງເຂົ້າເຂດທະເລອ້ອມເກາະຮວງຢຽນຂອງຈີນ. ຕຳຫຼວດທະເລຈີນໄດ້ໃຊ້ມາດຕະການທີ່ຈຳເປັນເຊັ່ນ: ຕິດຕາມໄລ່ໜີ, ເຕືອນດ້ວຍການຍິງປືນນ້ຳ, ກີດຂວາງແລະມາດຕະການອື່ນໆ, ໄດ້ຂັບໄລ່ເຮືອຂອງຟີລິບປິນທີ່ໄດ້ລ່ວງເຂົ້າເຂດທະເລຈີນຢ່າງຜິດກົດໝາຍ, ການໃຊ້ມາດຕະການຂອງຝ່າຍຈີນເປັນແບບວິຊາການແລະເປັນແບບສະບັບ, ຊອບດ້ວຍກົດໝາຍ. ການກະທຳຂອງຟີລິບປິນໄດ້ລ່ວງລ້ຳອະທິປະໄຕຂອງຈີນ, ໄດ້ຝ່າຝືນຕໍ່ກົດໝາຍສາກົນແລະຫຼັກການພື້ນຖານຂອງການພົວພັນສາກົນຢ່າງໜັກໜ່ວງ, ຈີນເຕືອນໃຫ້ຟີລິບປິນຍຸດຕິການກະທຳທີ່ລ່ວງລ້ຳອະທິປະໄຕຂອງຈີນໃນທັນທີ. ຈີນມີອະທິປະໄຕເໜືອເກາະຮວງຢຽນແລະເຂດທະເລໃກ້ຄຽງທີ່ບໍ່ສາມາດໂຕ້ຖຽງໄດ້, ມີອະທິປະໄຕແລະສິດຄອບຄອງຕໍ່ເຂດທະເລທີ່ກ່ຽວຂ້ອງ. ຕຳຫຼວດທະເລຈີນຈະດຳເນີນການເຄື່ອນໄຫວປົກປ້ອງສິດແລະປະຕິບັດກົດໝາຍຢ່າງຕໍ່ເນື່ອງຢູ່ເຂດທະເລທີ່ຈີນຄອບຄອງຕາມກົດໝາຍ, ເດັດດ່ຽວປົກປັກຮັກສາອະທິປະໄຕດ້ານຜືນແຜ່ນດິນພ້ອມທັງສິດແລະຜົນປະໂຫຍດທາງທະເລຂອງປະເທດຕົນ.