ເລີ່ມອອກອາກາດລາຍການ “ອາຫານສຸດຍອດ——ການແຂ່ງຂັນລະຫວ່າງພໍ່ຄົວດີເລີດຂອງຈີນແລະຝຣັ່ງ”

2024-05-01 14:39:43 cri


ເນື່ອງໃນໂອກາດທີ່ທ່ານ ສີຈິ້ນຜິງ ປະທານປະເທດຈີນຈະເດີນທາງໄປຢ້ຽມຢາມຝຣັ່ງທາງລັດຖະກິດ, ວັນທີ 30 ເມສານີ້, ວິທະຍຸໂທລະພາບສູນກາງຈີນ ກັບສະຖານທູດຝຣັ່ງປະຈຳຈີນໄດ້ຖືອາຫານເປັນຫົວຂໍ້ເພື່ອແລກປ່ຽນວັດທະນະທຳ, ຮ່ວມກັນຈັດທຳເຮັດລາຍການແລກປ່ຽນວັດທະນະທຳດ້ານອາຫານລະຫວ່າງຈີນກັບຝຣັ່ງຢ່າງຂະໜາດໃຫຍ່ໂດຍມີຫົວຂໍ້ວ່າ: “ອາຫານສຸດຍອດ——ການແຂ່ງຂັນລະຫວ່າງພໍ່ຄົວດີເລີດຂອງຈີນແລະຝຣັ່ງ”. ທ່ານ ເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ຫົວໜ້າວິທະຍຸໂທລະພາບສູນກາງຈີນໄດ້ກ່າວຄຳປາໄສໃນພິທີເລີ່ມອອກອາກາດຄັ້ງນີ້, ແລະໄດ້ກົດປຸ່ມເລີ່ມອອກອາກາດລາຍການດັ່ງກ່າວຮ່ວມກັບບັນດາແຂກຜູ້ມີກຽດ.



ລາຍການດັ່ງກ່າວມີທັງໝົດ 10 ຕອນ, ຕອນລະ 60 ນາທີ, ເຊິ່ງໄດ້ເຕົ້າໂຮມທີມງານຂອງພໍ່ຄົວໄວໜຸ່ມດີເລີດ 20 ຄົນເຂົ້າຮ່ວມການແຂ່ງຂັນ, ແລະໄດ້ເຊີນ ທູຕານຸທູດ, ນັກວິຊາການດ້ານວັດທະນະທຳຜູ້ມີຊື່ສຽງແລະແຂກອື່ນໆ ມາຊີມແລະຕີຄະແນນຕໍ່ອາຫານແຊບ, ອາຫານທີ່ໄດ້ຊະນະ ຈະຈັດເຂົ້າໃນ “ເມນູອາຫານສຸດຍອດຈີນ-ຝຣັ່ງ”. ລາຍການດັ່ງກ່າວຈະອອກອາກາດຜ່ານຫຼາຍຊ່ອງຂອງ CCTV ແລະສື່ສັງຄົມອອນລາຍຂອງວິທະຍຸໂທລະພາບສູນກາງຈີນ ແລະສື່ມວນຊົນຝຣັ່ງ.