ທ່ານສີຈິ້ນຜິງຕອບຈົດໝາຍຈາກພະນັກງານຂອງໂຮງງານເຫຼັກກ້າສະເມເດເຣໂວ

2024-05-01 17:16:37 cri

ວັນທີ 29 ເມສາຜ່ານມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕອບຈົດໝາຍຈາກພະນັກງານສັນຊາດແຊກບີຂອງໂຮງງານເຫຼັກກ້າສະເມເດເຣໂວກຸ່ມບໍລິສັດHBISຈີນ. ທ່ານກ່າວເນັ້ນວ່າ: ການພັດທະນາທີ່ດີຂອງໂຮງງານເຫຼັກກ້າສະເມເດເຣໂວແມ່ນແບບຢ່າງຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງຂອງຈີນ ແລະແຊກບີ, ແລະເປັນຕົວຢ່າງທີ່ປະສົບຜົນສຳເລັດຂອງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງສອງປະເທດ. ພະນັກງານຂອງໂຮງງານເຫຼັກກ້າແມ່ນຜູ້ເຂົ້າຮ່ວມ, ສັກຂີພິຍານ, ຜູ້ປະກອບສ່ວນ ແລະຜູ້ໄດ້ຮັບຜົນປະໂຫຍດຂອງການຮ່ວມມືມິດຕະພາບຈີນ-ແຊກບີ. ຫວັງວ່າບັນດາທ່ານຈະສືບຕໍ່ເຮັດວຽກຂອງຕົນໃຫ້ດີຢ່າງສຸດອົກສຸດໃຈ, ປະກອບສ່ວນໃໝ່ຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງແຊກບີ ແລະຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງຈີນ-ແຊກບີ.