ທ່ານຮວງຊີ່ລຽນ ເອກອັກຄະລັດຖະທູດຈີນປະຈຳຟີລິບປິນຢ້ຽມຢາມໂຄງການທີ່ກຳລັງກໍ່ສ້າງຢູ່ຟີລິບປິນຂອງວິສາຫະກິດຈີນເນື່ອງໃນໂອກາດວັນກຳມະກອນສາກົນ “ວັນທີ 1 ພຶດສະພາ” ໃກ້ຈະວຽນມາເຖິງ

2024-05-01 14:57:21 CRI

 

ເນື່ອງໃນໂອກາດວັນກຳມະກອນສາກົນໃກ້ຈະວຽນມາເຖິງ, ທ່ານຮວງຊີ່ລຽນ ເອກອັກຄະລັດຖະທູດຈີນປະຈຳຟີລິບປິນໄດ້ດຳເນີນກິດຈະກຳຕ່າງໆທີ່ສະຖານທູດຢ້ຽມຢາມວິສາຫະກິດຈີນ. ທ່ານຮວງຊີ່ລຽນໄດ້ນຳພາໜ່ວຍງານເດີນທາງໄປໂຄງການລົດເມດ່ວນທີ່ນະຄອນເຊບູຂອງຟີລິບປິນທີ່ໄດ້ຮັບການຮັບເໝົາກໍ່ສ້າງໂດຍວິສາຫະກິດຈີນ. ທ່ານຮວງຊີ່ລຽນໄດ້ເດີນທາງໄປສະຖານທີ່ກໍ່ສ້າງຂອງໂຄງການ, ຖາມກ່ຽວກັບຄວາມຄືບໜ້າການກໍ່ສ້າງ, ການຄຸ້ມຄອງຄວາມປອດໄພ, ຄຸນນະພາບດ້ານເຕັກນິກແລະສະພາບດ້ານອື່ນໆຢ່າງລະອຽດ, ໄດ້ສົ່ງຄຳຢື້ຢາມຖາມຂ່າວຢ່າງອົບອຸ່ນໃນໂອກາດວັນກຳມະກອນສາກົນ “ວັນທີ 1 ພຶດສະພາ” ໄປຍັງພະນັກງານຂອງຈີນແລະຟີລິບປິນ, ແລະໄດ້ແຈກເຄື່ອງປ້ອງກັນໃນການອອກແຮງງານໃນລະດູຮ້ອນ.