ກະຊວງການຕ່າງປະເທດຈີນ: ໃນໄລຍະຢ້ຽມຢາມຝຣັ່ງ ທ່ານ ສີຈິ້ນຜິງ ປະທານປະເທດຈີນຈະຈັດການພົບປະສາມຝ່າຍລະຫວ່າງຜູ້ນຳຈີນ-ຝຣັ່ງ-ເອີຣົບ

2024-05-01 15:32:23 cri

      ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 30 ເມສາຜ່ານມານີ້ ທ່ານ ລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ໃນໄລຍະຢ້ຽມຢາມຝຣັ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນຈະເຂົ້າຮ່ວມການພົບປະສາມຝ່າຍລະຫວ່າງຜູ້ນຳຈີນ-ຝຣັ່ງ-ເອີຣົບໂດຍຮ່ວມກັບທ່ານ ເອມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ ແລະ ທ່ານນາງ ອູຊຸລາ ວອນ ເດີ ເລເຢັນ ປະທານຄະນະກຳມະການສະຫະພາບເອີຣົບຕາມນັດ.

     ທ່ານ ລິນຈ້ຽນ ແຈ້ງໃຫ້ຮູ້ວ່າ: “ຈີນຍິນດີຮ່ວມກັບຝຣັ່ງແລະເອີຣົບ, ຖືການພົບປະສາມຝ່າຍລະຫວ່າງຜູ້ນຳຈີນ,ຝຣັ່ງແລະເອີຣົບເປັນກາລະໂອກາດ,ເຮັດໃຫ້ການພົວພັນລະຫວ່າງຈີນ-ເອີຣົບມີລັກສະນະຍຸດທະສາດ,ຄວາມໝັ້ນທ່ຽງ,ລັກສະນະສ້າງສັນແລະລັກສະນະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທີ່ສູງຂຶ້ນຕື່ມອີກ,ຊຸກຍູ້ການພົວພັນລະຫວ່າງຈີນ-ເອີຣົບໃຫ້ໄດ້ຮັບການຂະຫຍາຍຕົວແລະກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງ,ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງຈີນແລະເອີຣົບກໍຄືສັນຕິພາບຂອງໂລກ.”