ໂຄສົກກະຊວງການຕ່າງປະເທດຈີນກ່າວເຕືອນໃຫ້ຟີລິບປິນຍຸດຕິການກະທຳລ່ວງລ້ຳອະທິປະໄຕ ແລະທ້າທາຍເກາະຜິດຢູ່ເກາະຮວງຢຽນໃນທັນທີ

2024-05-01 17:17:19 cri

ຫ້ອງການໂຄສົກກະຊວງການຕ່າງປະເທດຈີນລາຍງານໃຫ້ຮູ້ວ່າ: ວັນທີ 30 ເມສາຜ່ານມານີ້, ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນ, ນັກຂ່າວຈາກຂ່າວສານລອຍເຕີອັງກິດຖາມວ່າ: ກອງຕຳຫຼວດປ້ອງກັນຊາຍຝັ່ງທະເລຈີນກ່າວວ່າ, ໄດ້ຂັບໄລ່ກຳປັ່ນຕຳຫຼວດປ້ອງກັນຝັ່ງທະເລ ແລະກຳປັ່ນລັດຖະບານຟີປິນທີ່ບຸກເຂົ້າໄປໃນເຂດທະເລອ້ອມແອມເກາະຮວງຢຽນໃນມື້ດຽວກັນ, ກະຊວງການຕ່າງປະເທດຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?

 

ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ເກາະຮວງຢຽນແມ່ນຜືນແຜ່ນດິນຂອງປະເທດຈີນ. ກຳປັ່ນຕຳຫຼວດປ້ອງກັນຝັ່ງທະເລ ແລະກຳປັ່ນລັດຖະບານຟີລິບປິນໄດ້ບຸກເຂົ້າໃນເຂດທະເລອ້ອມແອມເກາະຮວງຢຽນໂດຍບໍ່ໄດ້ຮັບການອະນຸຍາດຈາກຈີນ ເຊິ່ງໄດ້ລ່ວງລ້ຳອະທິປະໄຕຂອງຈີນຢ່າງໜັກໜ່ວງ. ກອງຕຳຫຼວດປ້ອງກັນຊາຍຝັ່ງທະເລຈີນໄດ້ໃຊ້ມາດຕະການທີ່ຈຳເປັນຕາມກົດໝາຍເພື່ອຂັບໄລ່ກຳປັ່ນທີ່ກ່ຽວຂ້ອງຢ່າງເດັດຂາດ. ຈີນກ່າວເຕືອນໃຫ້ຟີລິບປິນຍຸດຕິການກະທຳລ່ວງລ້ຳອະທິປະໄຕ ແລະທ້າທາຍເກາະຜິດໃນທັນທີ, ຢ່າທ້າທາຍຄວາມຕັດສິນໃຈອັນເດັດດ່ຽວໜຽວແໜ້ນຂອງຈີນໃນການປົກປັກຮັກສາອະທິປະໄຕ.