ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນເດືອນກໍລະກົດປີນີ້ ທ່ານສີຈິ້ນຜິງເປັນປະທານກອງປະຊຸມ

2024-05-02 15:51:35 cri

    ວັນທີ 30 ເມສາຜ່ານມານີ້, ກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມ, ໂດຍຕົກລົງເຫັນດີຈະຈັດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ຢູ່ນະຄອນຫຼວງປັກກິ່ງໃນເດືອນກໍລະກົດປີນີ້, ວາລະກອງປະຊຸມສຳຄັນຄື: ກົມການເມືອງສູນກາງພັກລາຍງານວຽກງານຕໍ່ຄະນະກຳມະການສູນກາງພັກ, ສຸມໃສ່ການຄົ້ນຄວ້າບັນຫາກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານ, ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ. ກອງປະຊຸມຍັງໄດ້ວິເຄາະຄົ້ນຄວ້າສະພາບການເສດຖະກິດ  ແລະ ວຽກງານເສດຖະກິດໃນປັດຈຸບັນ, ຄົ້ນຄວ້າພິຈາລະນາ “ຄວາມເຫັນກ່ຽວກັບຊຸກຍູ້ນະໂຍບາຍ ແລະ ມາດຕະການຊຸກຍູ້ການພັດທະນາເຂດສາມຫຼ່ຽມປາກແມ່ນ້ຳຢາງເຊດ້ວຍຄຸນນະພາບສູງໃຫ້ເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ”. ທ່ານສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນເປັນປະທານກອງປະຊຸມ.