ຈີນມີແຜນຈະປະຕິບັດພາລະກິດສົ່ງເຄື່ອງສຳຫຼວດດວງຈັນ ຊາງເອີ 6 ຂຶ້ນສູ່ອະວະກາດໃນວັນທີ 3 ພຶດສະພານີ້

2024-05-02 11:59:04 cri


ວັນທີ 1 ພຶດສະພານີ້, ກົມການບິນອະວະກາດແຫ່ງຊາດຈີນແຈ້ງຂ່າວໃຫ້ຮູ້ວ່າ: ຜ່ານການຄົ້ນຄວ້າໂດຍສັງລວມ, ກອງບັນຊາການພາລະກິດໂຄງການສຳຫຼວດດວງຈັນຕົກລົງວ່າ, ຈີນຈະປະຕິບັດພາລະກິດສົ່ງເຄື່ອງສຳຫຼວດດວງຈັນ ຊາງເອີ 6 ຂອງໂຄງການສຳຫຼວດດວງຈັນໄລຍະທີ 4 ໃນວັນທີ 3 ພຶດສະພານີ້ຕາມແຜນການ.


ປັດຈຸບັນ, ຢູ່ສະໜາມຍິງສົ່ງການບິນອະວະກາດເວີນຊ່າງຈີນ, ວຽກງານກະກຽມດ້ານຕ່າງໆກຳລັງດຳເນີນໄປຢ່າງເປັນກ້າວໆ. ນີ້ແມ່ນຈະຫຼວດສົ່ງຍານຊາງເຈີ່ງ 5 ປະຕິບັດພາລະກິດຍິງສົ່ງຂອງໂຄງການສຳຫຼວດດວງຈັນເທື່ອທີສອງ, ເຊິ່ງຈະສົ່ງເຄື່ອງສຳຫຼວດດວງຈັນ ຊາງເອີ 6 ຂຶ້ນສູ່ວົງໂຄຈອນລະຫວ່າງໜ່ວຍໂລກກັບດວງຈັນ, ເພື່ອປະຕິບັດໜ້າທີ່ເກັບຕົວຢ່າງຈາກເບື້ອງຫຼັງຂອງດວງຈັນແລ້ວກັບຄືນສູ່ໜ່ວຍໂລກ.