ໂຄງການສະໜາມກິລາບານເຕະແຫ່ງຊາດແຊັກບີທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດຈີນໄດ້ຈັດພິທີວາງສີລາລຶກ

2024-05-02 16:23:15 cri

ວັນທີ 1 ພຶດສະພານີ້, ໂຄງການສະໜາມກິລາບານເຕະແຫ່ງຊາດແຊັກບີທີ່ຮັບເໝົາການກໍ່ສ້າງໂດຍກຸ່ມບໍລິສັດກໍ່ສ້າງພະລັງງານໄຟຟ້າຈີນໄດ້ຈັດພິທີວາງສີລາລຶກຢູ່ສະຖານທີ່ກໍ່ສ້າງທີ່ຕັ້ງຢູ່ນະຄອນຫຼວງແບນກຣາດຂອງປະເທດແຊັກບີ.

 

ອີງຕາມການແນະນຳຂອງກຸ່ມບໍລິສັດກໍ່ສ້າງພະລັງງານໄຟຟ້າຈີນໃຫ້ຮູ້ວ່າ: ໂຄງການສະໜາມກິລາບານເຕະແຫ່ງຊາດແຊັກບີ ແລະໂຄງການສູນປະຊຸມ ແລະວາງສະແດງຂອງງານວາງສະແດງໂລກທີ່ຕັ້ງຢູ່ເຂດສຸຣຊິນທາງພາກຕາເວັນຕົກສຽງໃຕ້ຂອງນະຄອນຫຼວງແບນກຣາດແມ່ນໂຄງການສຳຄັນແຫ່ງຊາດແຊັກບີທີ່ພັດທະນາເປັນບູລິມະສິດ. ພາຍຫຼັງໂຄງການເຫຼົ່ານີ້ໄດ້ສ້າງສຳເລັດແລ້ວ, ຈະກາຍເປັນສິ່ງກໍ່ສ້າງແລນມາກຂອງນະຄອນຫຼວງແບນກຣາດ ເຊິ່ງຈະຍົກສູງພາບພົດຂອງຕົວເມືອງ ແລະຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ.