ເຈົ້າຊີວິດໄທອະນຸມັດໃຫ້ທ່ານມາຣິສ ຊານຫຍາມພົງສາດຳລົງຕຳແໜ່ງລັດຖະມົນຕີກະຊວງການຕ່າງປະເທດໄທ

2024-05-02 14:47:27 cri

 

ວັນທີ 1 ພຶດສະພານີ້, ເວັບໄຊການເມືອງຂອງລັດຖະບານໄທໄດ້ປະກາດພະລາຊະອົງການໂດຍປະກາດວ່າສົມເດັດມະຫາ ວະຈິລາລົງກອນ ເຈົ້າຊີວິດຊາດຊະອະນາຈັກໄທໄດ້ຊົງອະນຸມັດໃຫ້ທ່ານມາຣິສ ຊານຫຍາມພົງສາເປັນລັດຖະມົນຕີກະຊວງການຕ່າງປະເທດໄທຄົນໃໝ່.

 

ພະລາຊະອົງການຂຽນວ່າ: ຫຼັງຈາກທ່ານປານປີ ພະຫິທະນຸກອນໄດ້ປະກາດລາອອກຈາກຕຳແໜ່ງລັດຖະມົນຕີກະຊວງການຕ່າງປະເທດແລ້ວ, ທ່ານເສດຖາ ທະວີສິນເຫັນວ່າ: ຕ້ອງແຕ່ງຕັ້ງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ໂດຍໄວ, ເພື່ອເຮັດໃຫ້ລັດຖະບານສາມາດດຳເນີນການບໍລິການຢ່າງເປັນປົກກະຕິ.

 

ຕາມການລາຍງານຂ່າວຈາກສື່ມວນຊົນໄທໃຫ້ຮູ້ວ່າ: ທ່ານມາຣິສ ຊານຫຍາມພົງສາເຄີຍເປັນທີ່ເປິກສາຂອງທ່ານປານປີ ພະຫິທະນຸກອນ, ກ່ອນນີ້ເຄີຍໄດ້ດຳລົງຕຳແໜ່ງເອກອັກຄະລາດຊະທູດຂອງລາດຊະອານາຈັກໄທປະຈຳອົດສະຕຣາລີ, ການາດາແລະປະເທດອື່ນໆ.