ກຳປັ່ນຟູຈ້ຽນຂອງກອງທັບເຮືອຈີນດຳເນີນການທົດລອງເດີນເຮືອຄັ້ງທຳອິດ

2024-05-02 14:11:20 cri


ເວລາປະມານ 8 ໂມງຂອງວັນທີ 1 ພຶດສະພານີ້, ກຳປັ່ນຟູຈ້ຽນ ເຊິ່ງເປັນ ກຳປັ່ນບັນທຸກເຮືອບິນລຳທີ 3 ຂອງຈີນ ໄດ້ປົດສະໝໍແລະອອກຈາກທ່າກຳປັ່ນຂອງໂຮງງານຜະລິດກຳປັ່ນຈ່ຽງນານຊຽງໄຮ ເພື່ອເດີນທາງໄປເຂດທະເລທີ່ກ່ຽວຂ້ອງ ດຳເນີນການທົດລອງເດີນເຮືອຄັ້ງທຳອິດ.


ອີງຕາມຂະບວນການຂອງໂຄງການຜະລິດກຳປັ່ນບັນທຸກເຮືອບິນ, ການທົດລອງເດີນເຮືອຄັ້ງນີ້ ຕົ້ນຕໍແມ່ນເພື່ອກວດກາແລະຢືນຢັນຄວາມໜ້າເຊື່ອຖືແລະຄວາມໝັ້ນທ່ຽງຂອງລະບົບແມ່ແຮງ, ລະບົບພະລັງໄຟຟ້າແລະລະບົບອື່ນໆຂອງກຳປັ່ນຟູຈ້ຽນ. ນັບແຕ່ລົງນ້ຳໃນເດືອນມິຖຸນາປີ 2022 ເປັນຕົ້ນມາ, ວຽກງານຜະລິດກຳປັ່ນຟູຈ້ຽນໄດ້ດຳເນີນໄປຢ່າງເປັນກ້າວໆຕາມແຜນການ, ເຊິ່ງໄດ້ສຳເລັດການທົດລອງຈອດກຳປັ່ນແລະການປັບເຄື່ອງຈັກແລະອຸປະກອນຕ່າງໆຢ່າງສະດວກ, ໄດ້ມີເງື່ອນໄຂດ້ານເຕັກນິກທີ່ຄົບຖ້ວນເພື່ອດຳເນີນການທົດລອງເດີນເຮືອທາງທະເລ.