ຜູ້ໃຫ້ສຳພາດ 80% ຂອງຝຣັ່ງຍ້ອງຍໍຕໍ່ບົດບາດຂອງຈີນ

2024-05-02 16:20:44 cri

      ເນື່ອງໃນໂອກາດທີ່ທ່ານ ສີຈິ້ນຜິງ ປະທານປະເທດຈີນຈະຢ້ຽມຢາມຝຣັ່ງທາງລັດຖະກິດ, CGTN ທີ່ຂຶ້ນກັບວິທະຍຸໂທລະພາບສູນກາງຈີນຫຼື CMG ໄດ້ຮ່ວມກັບມະຫາວິທະຍາໄລປະຊາຊົນຈີນດຳເນີນການສຳຫຼວດປະຊາມະຕິຕໍ່ຜູ້ໃຫ້ສຳພາດຂອງຝຣັ່ງ 1.513 ທ່ານໂດຍຜ່ານສະຖາບັນຄົ້ນຄວ້າການສື່ສານສາກົນຍຸກໃໝ່ແລະຜົນການສຳຫຼວດສະແດງໃຫ້ເຫັນວ່າ: ມີຜູ້ໃຫ້ສຳພາດ 80,2% ເຫັນວ່າຈີນເປັນປະເທດໃຫຍ່ທີ່ມີບົດບາດໃນໂລກ, ມີຜູ້ໃຫ້ສຳພາດ 70,3% ເຫັນວ່າຈີນເປັນປະເທດທີ່ໄດ້ຮັບຜົນສຳເລັດ.

      ຜ່ານການສຳຫຼວດແລ້ວສັງເກດເຫັນວ່າ: ຜູ້ໃຫ້ສຳພາດຂອງຝຣັ່ງໄດ້ຕີລາຄາສູງຕໍ່ຜົນສຳເລັດທີ່ຈີນໄດ້ຮັບໃນການພັດທະນາທີ່ມີຄຸນນະພາບສູງແລະການເປີດປະຕູສູ່ພາຍນອກໃນລະດັບສູງ. ໃນນັ້ນ, ມີຜູ້ໃຫ້ສຳພາດ 91,5% ໄດ້ຍ້ອງຍໍຕໍ່ຜົນສຳເລັດຂອງຈີນໃນການພັດທະນາດ້ານເສດຖະກິດ, ມີຜູ້ໃຫ້ສຳພາດ 89,8% ຍັງໄດ້ຍ້ອງຍໍການເຕີບໂຕທີ່ມີຄວາມໄວສູງຂອງເສດຖະກິດຈີນ; ມີຜູ້ໃຫ້ສຳພາດ 72,7% ເຫັນວ່າເສດຖະກິດຈີນໄດ້ປະກອບສ່ວນອັນສຳຄັນຕໍ່ເສດຖະກິດໂລກ. ນອກນີ້, ມີຜູ້ໃຫ້ສຳພາດ 88,8% ເຫັນວ່າວິທະຍາສາດເຕັກນິກຂອງຈີນມີຄວາມສາມາດຕົວຈິງທີ່ເຂັ້ມແຂງ, ມີຜູ້ໃຫ້ສຳພາດ 76,8% ມີຄວາມເຫັນດີຕໍ່ຄວາມພະຍາຍາມຂອງຈີນໃນຂົງເຂດການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກໃນຊຸມປີຜ່ານມາ; ມີຜູ້ໃຫ້ສຳພາດ 71,4% ເຫັນວ່າຈີນໄດ້ເພີ່ມພະລັງແຮງໃໝ່ເຂົ້າໃນການພັດທະນາແລະການປະດິດສ້າງໃໝ່ຂອງໂລກໃນຂົງເຂດວິທະຍາສາດເຕັກນິກ.

      ຜົນການສຳຫຼວດຍັງສະແດງໃຫ້ເຫັນວ່າ: ມີຜູ້ໃຫ້ສຳພາດ 71,7% ເຫັນວ່າການພົວພັນລະຫວ່າງຈີນ-ຝຣັ່ງເປັນໜຶ່ງໃນການພົວພັນສອງຝ່າຍທີ່ສຳຄັນທີ່ສຸດໃນໂລກ; ມີຜູ້ໃຫ້ສຳພາດ 61,6% ເຫັນໄປໃນແງ່ດີຕໍ່ການຂະຫຍາຍການພົວພັນລະຫວ່າງຈີນ-ຝຣັ່ງໃນອະນາຄົດ, ມີຜູ້ໃຫ້ສຳພາດ 65,1% ເຫັນວ່າ, ການຮ່ວມມືທີ່ແໜ້ນແຟ້ນລະຫວ່າງຈີນ-ຝຣັ່ງໃນດ້ານວຽກງານສາກົນມີຜົນດີຕໍ່ການຊຸກຍູ້ການພັດທະນາແລະສັນຕິພາບຂອງໂລກ.