ກະຊວງການຕ່າງປະເທດຈີນເຕືອນໃຫ້ອາເມຣິກາຍຸດຕິດການສວຍໃຊ້ກອງປະຊຸມໃຫຍ່ຂອງອົງການອະນາໄມໂລກມາສ້າງກະແສຂ່າວກ່ຽວກັບບັນຫາໄຕ້ຫວັນ

2024-05-03 11:38:12 cri

ວັນທີ 1 ພຶດສະພານີ້, ທ່ານອັນໂຕນີ ບຣິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ອອກຖະແຫຼງການວ່າ: ອາເມຣິກາສົ່ງເສີມທີ່ສຸດໃຫ້ອົງການອະນາໄມໂລກຫຼື WHO ເຊື້ອເຊີນໄຕ້ຫວັນ ເຂົ້າຮ່ວມກອງປະຊຸມໃຫຍ່ຂອງ WHO ປີ 2024 ໃນຖານະທີ່ເປັນນັກສັງເກດການ.

 

ກ່ຽວກັບເລື່ອງນີ້, ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຖະແຫຼງການທີ່ກ່ຽວຂ້ອງຂອງອາເມຣິກາໄດ້ຝ່າຝືນຫຼັກການປະເທດຈີນດຽວແລະຖະແຫຼງການຮ່ວມສາມສະບັບລະຫວ່າງຈີນ-ອາເມຣິກາຢ່າງໜັກໜ່ວງ,ຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງກ່ຽວກັບເລື່ອງນີ້, ແລະເດັດດ່ຽວຄັດຄ້ານ. ໃນໂລກນີ້ມີປະເທດຈີນພຽງໜຶ່ງດຽວ, ໄຕ້ຫວັນແມ່ນພາກສ່ວນໜຶຶ່ງທີ່ບໍ່ສາມາດຕັດແຍກອອກຈາກຜືນແຜ່ນດິນຂອງຈີນໄດ້. ໃນບັນຫາທີ່ເຂດໄຕ້ຫວັນເຂົ້າຮ່ວມກິດຈະກຳຕ່າງໆຂອງອົງການຈັດຕັ້ງສາກົນລວມທັງອົງການ WHO, ຈີນມີຫຼັກໝັ້ນຢ່າງສະເໝີຕົ້ນສະເໝີປາຍແລະຈະແຈ້ງ, ຄືຈຳເປັນຕ້ອງແກ້ໄຂໂດຍອີງຕາມຫຼັກການປະເທດຈີນດຽວ, ນີ້ກໍ່ແມ່ນຫຼັກການພື້ນຖານທີ່ໄດ້ກຳນົດໃນມະຕິເລກ 2758 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດແລະມະຕິເລກ 25.1 ຂອງກອງປະຊຸມໃຫຍ່ອົງການອະນາໄມໂລກ. ຖະແຫຼງການທີ່ກ່ຽວຂ້ອງຂອງອາເມຣິກາໄດ້ສ້າງຄວາມສັບສົນຂຶ້ນ, ຈຸດປະສົງອັນແທ້ຈິງແມ່ນຢາກສະໜັບສະໜູນການເຄື່ອນໄຫວແບ່ງແຍກ “ໃຫ້ໄຕ້ຫວັນເປັນເອກະລາດ”.ຈີນເຕືອນອີກເທື່ອໜຶ່ງໃຫ້ອາເມຣິກາຍຸດຕິການສວຍໃຊ້ປະຊຸມໃຫຍ່ຂອງອົງການອະນາໄມໂລກມາສ້າງກະແສຂ່າວກ່ຽວກັບບັນຫາໄຕ້ຫວັນ, ບໍ່ສົ່ງສັນຍານທີ່ຜິດພາດໃຫ້ແກ່ອິດທິກຳລັງແບ່ງແຍກໃຫ້ “ໄຕ້ຫວັນເປັນເອກະລາດ.”