ເລີ່ມພິມຈຳໜ່າຍປຶ້ມ “ທ່ານສີຈິ້ນຜິງກັບເພື່ອນມິດນັກສຶກສາ” ເຫຼັ້ມທີ 2

2024-05-03 16:57:39 cri

ຫວ່າງບໍ່ດົນມານີ້, ປຶ້ມ “ທ່ານສີຈິ້ນຜິງກັບເພື່ອນມິດນັກສຶກສາ” ເຫຼັ້ມທີ 2 ໄດ້ຮັບການພິມອອກໂດຍໂຮງພິມຊາວໜຸ່ມຈີນ ແລະເລີ່ມຈຳໜ່າຍໃນທົ່ວປະເທດຈີນ. ປຶ້ມເຫຼັ້ມນີ້ໄດ້ເວົ້າເຖິງເລື່ອງລ່າວຕ່າງໆຂອງທ່ານສີຈິ້ນຜິງທີ່ໄດ້ໄປສຳຫຼວດກວດກາ ແລະຢ້ຽມຢາມຢູ່ມະຫາວິທະຍາໄລຕ່າງໆ, ເອົາໃຈໃສ່ ແລະໃຫ້ຄຳຊີ້ນຳຕໍ່ນັກສຶກສາໃນເວລາທ່ານເຮັດວຽກຢູ່ທ້ອງຖິ່ນ ແລະສູນກາງ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງທ່ານສີຈິ້ນຜິງເອົາໃຈໃສ່ສູງຕໍ່ການເຕີບໂຕຂອງນັກສຶກສາຢ່າງສະເໝີຕົ້ນສະເໝີປາຍ, ໄດ້ສ້າງແບບຢ່າງທີ່ດີເລີດໃຫ້ພວກເຮົາທີ່ເປັນຄົນຮູ້ໃຈຂອງເພື່ອນມິດຊາວໜຸ່ມ, ຄົນຫ້າວຫັນຕໍ່ວຽກງານຊາວໜຸ່ມ ແລະຜູ້ນຳທາງຂອງຊາວໜຸ່ມ.