ບົດລາຍງານຄົ້ນຄວ້າຊີ້ໃຫ້ເຫັນວ່າ: ທາງລົດໄຟຈີນ-ລາວຊ່ວຍໃຫ້ການສົ່ງອອກຜ່ານທາງບົກຂອງໄທຕໍ່ຈີນເພີ່ມຂຶ້ນຢ່າງວ່ອງໄວ

2024-05-03 16:57:00 cri

ວັນທີ 2 ພຶດສະພານີ້, ສູນການຄົ້ນຄວ້າກະສິກອນໄທໄດ້ອອກບົດລາຍງານວ່າ: ໃນໄລຍະ 5 ປີຜ່ານມາ, ການສົ່ງອອກຜ່ານທາງບົກຂອງໄທທີ່ມີຕໍ່ຈີນໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ໃນປີ 2023, ຍອດມູນຄ່າການສົ່ງອອກຜ່ານທາງບົກຂອງໄທຕໍ່ຈີນໄດ້ບັນລຸ 213 ຕື້ບາດ ເຊິ່ງໄດ້ສ້າງສະຖິຕິໃໝ່, ເພີ່ມຂຶ້ນ 35,4% ເມື່ອທຽບໃສ່ປີ 2022, ຈີນໄດ້ກາຍເປັນຕະຫຼາດການຄ້າຂາອອກຂ້າມຊາຍແດນທາງບົກໃຫຍ່ອັນດັບ 1 ຂອງໄທ.

 

ບົດລາຍງານດັ່ງກ່າວຍັງລະບຸວ່າ: ການສົ່ງອອກຕໍ່ຈີນຜ່ານທາງລົດໄຟຈີນ-ລາວມີການເຕີບໂຕຢ່າງວ່ອງໄວ. ຄາດວ່າໃນປີ 2024 ມູນຄ່າການສົ່ງອອກຕໍ່ຈີນໂດຍຜ່ານທາງລົດໄຟຈີນ-ລາວຈະບັນລຸເຖິງ 12 ຕື້ບາດ, ໃນນັ້ນສ່ວນຫຼາຍແມ່ນໝາກໄມ້. ທາງລົດໄຟຈີນ-ລາວໄດ້ກາຍເປັນຊ່ອງທາງທີ່ສຳຄັນໃນການສະໜັບສະໜູນການສົ່ງອອກໝາກໄມ້ຂອງໄທໄປຈີນ.