ທ່ານສີຈິ້ນຜິງທຳການຊີ້ນຳທີ່ສຳຄັນກ່ຽວກັບໄພດິນເຈື່ອນທີ່ເກີດຂຶ້ນຢູ່ທາງດ່ວນເມີຍຕ້າຕອນຊາຢາງຂອງແຂວງກວາງຕຸ້ງ

2024-05-03 16:58:27 cri

ເວລາ 2 ໂມງ 10 ນາທີຂອງວັນທີ 1 ພຶດສະພານີ້, ຢູ່ຕອນຊາຢາງຂອງທາງດ່ວນເມີຍຕ້ານະຄອນເມີຍໂຈ່ວແຂວງກວາງຕຸ້ງໄດ້ເກີດໄພດິນເຈື່ອນເຮັດໃຫ້ທາງດ່ວນພັງທະລາຍ. ມາຮອດເວລາ 15 ໂມງເຄິ່ງຂອງວັນທີ 2 ພຶດສະພານີ້, ເຫດການດັ່ງກ່າວໄດ້ເຮັດໃຫ້ມີຜູ້ເສຍຊີວິດ 48 ຄົນ ແລະຜູ້ບາດເຈັບ 30 ຄົນ.

 

ພາຍຫຼັງໄດ້ເກີດໄພດິນເຈື່ອນແລ້ວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໃຫ້ຄວາມສຳຄັນສູງຕໍ່ເຫດການດັ່ງກ່າວ ແລະໄດ້ທຳການຊີ້ນຳທີ່ສຳຄັນວ່າ, ຕ້ອງອອກແຮງສຸດຂີດເພື່ອກູ້ໄພ, ປິ່ນປົວຜູ້ບາດເຈັບ ແລະປະຕິບັດວຽກງານຫຼັງເກີດໄພຢ່າງເໝາະສົມ. ກວດກາ ແລະແກ້ໄຂຄວາມສ່ຽງທີ່ປົ່ມຊ້ອນຢູ່ເຂດຈຸດໜັກ ແລະຂົງເຂດທີ່ສຳຄັນ, ຮັບປະກັນຄວາມປອດໄພດ້ານຊີວິດ ແລະຊັບສິນຂອງປະຊາຊົນ ກໍຄືຄວາມໝັ້ນຄົງຂອງສັງຄົມໂດຍລວມ. ທ່ານຫຼີສຽງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ, ນາຍົກລັດຖະມົນຕີຈີນໄດ້ໃຫ້ຄຳຊີ້ນຳ.