ໃນມື້ທຳອິດຂອງຍາມພັກ “ວັນກຳມະກອນສາກົນ” ຢູ່ດ່ານບໍ່ຫານຂອງທາງລົດໄຟຈີນ-ລາວມີຈຳນວນຜູ້ໂດຍສານເຂົ້າອອກເມືອງຕໍ່ມື້ຫຼາຍກວ່າໜຶ່ງພັນເທື່ອຄົນເປັນຄັ້ງທຳອິດ

2024-05-03 14:35:47 cri

 

ວັນທີ 2 ພຶດສະພານີ້, ນັກຂ່າວໄດ້ຮັບຊາບຂໍ້ມູນຈາກດ່ານກວດກາຊາຍແດນບໍ່ຫານວ່າ: ໃນວັນທີ 1 ພຶດສະພາເຊິ່ງເປັນມື້ທຳອິດຂອງຍາມພັກ  “ວັນກຳມະກອນສາກົນ” ຢູ່ດ່ານຊາຍແດນບໍ່ຫານຂອງທາງລົດໄຟຈີນ-ລາວໄດ້ກວດກາຜູ້ໂດຍສານເຂົ້າອອກເມືອງທັງໝົດ 1.038 ເທື່ອຄົນ, ເພີ່ມຂຶ້ນ 165% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ນີ້ແມ່ນດ່ານຊາຍແດນບໍ່ຫານມີຈຳນວນຜູ້ໂດຍສານເຂົ້າອອກເມືອງຕໍ່ມື້ຫຼາຍກວ່າວ 1.000 ເທື່ອຄົນເປັນຄັ້ງທຳອິດນັບແຕ່ຂະບວນລົດໄຟໂດຍສານສາກົນຈີນ-ລາວໄດ້ເປີດບໍລິການເປັນຕົ້ນມາ.