ຜູ້ຕາງໜ້າຈີນກ່າວເນັ້ນວ່າ: ຄວນຍຶດໝັ້ນສະເໝີພາບໄວ້ເນື້ອເຊື່ອໃຈກັນ, ພັດທະນາຮ່ວມກັນ, ການຮຽນຮູ້ເຊິ່ງກັນແລະກັນລະຫວ່າງອະລິຍະທຳທີ່ຕ່າງກັນ

2024-05-03 12:03:41 cri

ວັນທີ 2 ພຶດສະພານີ້, ທ່ານໄຕ້ປິ່ງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດໄດ້ກ່າວຄຳປາໄສໃນການອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດພາຍໃຕ້ຫົວຂໍ້ “ວັດທະນະທຳສັນຕິພາບ”, ທ່ານກ່າວເນັ້ນວ່າ: ຄວນຍຶດໝັ້ນສະເໝີພາບໄວ້ເນື້ອເຊື່ອໃຈກັນ, ພັດທະນາຮ່ວມກັນ, ຮຽນຮູ້ເຊິ່ງກັນແລະກັນລະຫວ່າງອະລິຍະທຳທີ່ຕ່າງກັນ.

 

ທ່ານໄຕ້ປິ່ງຍັງກ່າວວ່າ: ຈີນຍຶດໝັ້ນຊຸກຍູ້ຄວາມທັນສະໄໝຢູ່ບົນເສັ້ນທາງການພັດທະນາໂດຍສັນຕິ, ສ້າງຄວາມສຸກໃຫ້ແກ່ປະເທດຈີນທັງມີຜົນດີຕໍ່ທົ່ວໂລກ. ຈີນຍິນດີພະຍາມຍາມຮ່ວມກັນກັບປະຊາຄົມໂລກ, ຮ່ວມກັນຮັບມືກັບສິ່ງທ້າທາຍທົ່ວໂລກ, ຮ່ວມມືກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.