ການພົວພັນດ້ານການຄ້າລະຫວ່າງຈີນ ແລະບັນດາປະເທດBRICSນັບມື້ນັບແໜ້ນແຟ້ນຂຶ້ນ

2024-05-04 16:23:02 cri

ໃນປີ 2024, BRICSໄດ້ຂະຫຍາຍຕົວໄປເຖິງ 10 ປະເທດສະມາຊິກ. ຕາມຂໍ້ມູນສະຖິຕິຈາກດ່ານພາສີ, ໃນໄຕມາດທີ 1 ປີ 2024, ມູນຄ່າການຄ້າຂາເຂົ້າຂາອອກຂອງຈີນຕໍ່ອີກ 9 ປະເທດBRICSໄດ້ບັນລຸເຖິງ 1.490 ຕື້ຢວນ, ເພີ່ມຂຶ້ນ 11,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ກວມ 14,7% ໃນຍອດມູນຄ່າການຄ້າຂາເຂົ້າຂາອອກຂອງຈີນ.

 

ສັງເກດຈາກດ້ານລະດຽດແລ້ວເຫັນວ່າ: ປະເທດບຣາຊິນແມ່ນຄູ່ຮ່ວມການຄ້າໃຫຍ່ອັນດັບ 1 ຂອງຈີນຢູ່ອາເມຣິກາລາຕິນ, ໃນໄຕມາດທີ 1, ການສົ່ງອອກ ແລະນຳເຂົ້າຂອງຈີນຕໍ່ບຣາຊິນໄດ້ເພີ່ມຂຶ້ນ 25,7% ແລະ 30,1% ຕາມລຳດັບເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ການຄ້າລະຫວ່າງຈີນ ແລະຣັດເຊຍສືບຕໍ່ຂະຫຍາຍຕົວ, ນັບແຕ່ຕົ້ນປີ 2024 ເປັນຕົ້ນມາ, ການຄ້າໃນຂົງເຂດພະລັງງານ, ລົດ ແລະອື່ນໆລະຫວ່າງສອງປະເທດສືບຕໍ່ເພີ່ມຂຶ້ນ. ການຄ້າລະຫວ່າງຈີນ ແລະອິນເດຍໄດ້ເພີ່ມຂຶ້ນໃນ 5 ໄຕມາດລຽນຕິດ. ອາຟຣິກາໃຕ້ເປັນຄູ່ຮ່ວມການຄ້າອັນດັບ 1 ຂອງຈີນຢູ່ອາຟຣິກາໃນ 14 ປີລຽນຕິດ. ນອກນີ້, ຈີນຍັງໄດ້ຮັກສາການຮ່ວມມືທີ່ດີກັບອາຣັບບີ ຊາອູດິດ ແລະເອທິໂອປີໃນຂົງເຂດການຄ້າພະລັງງານ, ພື້ນຖານໂຄງລ່າງ ແລະອື່ນໆ.