
ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນໄດ້ແຈ້ງໃຫ້ນັກຂ່າວຮູ້ວ່າ: ວັນທີ 3 ພຶດສະພານີ້, ທາງລົດໄຟຂອງທົ່ວປະເທດຈີນໄດ້ຂົນສົ່ງຜູ້ໂດຍສານຈຳນວນ 16,754 ລ້ານເທື່ອຄົນ,ການຂົນສົ່ງຜ່ານທາງລົດໄຟໄດ້ດຳເນີນໄປດ້ວຍຄວາມປອດໄພແລະເປັນລະບຽບຮຽບຮ້ອຍ. ວັນທີ 4 ພຶດສະພານີ້, ຈຳນວນຜູ້ໂດຍສານຜ່ານທາງລົດໄຟຂອງທົ່ວປະເທດຈີນໄດ້ຮັກສາຢູ່ໃນລະດັບສູງຢ່າງຕໍ່ເນື່ອງ,ຄາດວ່າຈະຂົນສົ່ງຜູ້ໂດຍສານຈຳນວນ 17,35 ລ້ານເທື່ອຄົນ,ເພີ່ມຖ້ຽວລົດໄຟໂດຍສານ 1.149 ຖ້ຽວ.