ສະພາບອາກາດຢູ່ມຽນມາໃນເດືອນເມສາຜ່ານມາໄດ້ສ້າງສະຖິຕິສູງສຸດທາງປະຫວັດສາດ ເຊິ່ງມີອຸນຫະພູມສູງເຖິງ 48,2 ອົງສາ

2024-05-04 16:07:48 cri

      ໃນໄລຍະມໍ່ໆມານີ້, ຢູ່ທົ່ວປະເທດມຽນມາໄດ້ປະສົບກັບສະພາບອາກາດຮ້ອນທີ່ສຸດທີ່ພົບຍາກ. ອີງຕາມຕົວເລກຫຼ້າສຸດຈາກກົມອຸຕຸນິຍົມແລະອຸທົກກະສາດມຽນມາສະແດງໃຫ້ເຫັນວ່າ: ເດືອນເມສາທີ່ຫາກໍ່ຜ່ານໄປນັ້ນໄດ້ກາຍເປັນເດືອນທີ່ມີອາກາດຮ້ອນທີ່ສຸດນັບແຕ່ມຽນມາໄດ້ມີສະຖິຕິທາງດ້ານອຸນຫະພູມອາກາດເປັນຕົ້ນມາ.ຢູ່ທົ່ວປະເທດໄດ້ມີຫຼາຍກວ່າ 10 ເຂດປະສົບກັບສະພາບອາກາດທີ່ມີອຸນຫະພູມສູງສຸດຕໍ່ມື້ ສູງກວ່າຕົວເລກສະຖິຕິທາງປະຫວັດສາດຂອງສະຖານີອຸຕຸນິຍົມທ້ອງຖິ່ນ. ສວ່ນສະພາບອາກາດຢູ່ບ້ານແຫ່ງໜຶ່ງຂອງແຂວງມາກເວທາງພາກກາງຂອງມຽນມາ, ໄດ້ມີອຸນຫະພູມສູງເຖິງ 48,2 ອົງສາ,ເຊິ່ງເປັນສະຖິຕິອຸນຫະພູມສູງສຸດໃນທົ່ວປະເທດມຽນມາ.

      ຕາມພະຍາກອນອາກາດຈາກພາກສ່ວນອຸຕຸນິຍົມມຽນມາໃຫ້ຮູ້ວ່າ: ຍ້ອນໄດ້ຮັບຜົນກະທົບຈາກປະກົດການເອນນີໂນ, ຈົນຮອດກາງແລະທ້າຍເດືອນພຶດສະພານີ້, ທົ່ວປະເທດມຽນມາບໍ່ພຽງແຕ່ຈະປະສົບກັບສະພາບອາກາດທີ່ມີອຸນຫະພູມສູງຢ່າງຕໍ່ເນື່ອງເທົ່ານັ້ນ,ຢູ່ບາງເຂດຍັງຈະເກີດສະພາບອາກາດທີ່ຮ້າຍແຮງຕ່າງໆອີກເຊັ່ນ: ຝົນຕົກຜິດປົກກະຕິ,ເກີດພາຍຸເລື້ອຍໆແລະໄພແຫ້ງແລ້ງເປັນຕົ້ນ.