ກອງກຳປັ່ນປ້ອງກັນການເດີນເຮືອງວດທີ 45 ຂອງກອງທັບເຮືອຈີນຈອດຢູ່ມະເລເຊຍເພື່ອຕື່ມເຄື່ອງທີ່ຕ້ອງການແລະພັກຜ່ອນ

2024-05-04 14:14:27 CRI

 

ວັນທີ 2 ພຶດສະພານີ້, ກອງກຳປັ່ນປ້ອງກັນການເດີນເຮືອງວດທີ 45 ຂອງກອງທັບເຮືອຈີນໄດ້ຈອດຢູ່ທ່າກຳປັ່ນເຄລາງຂອງມະເລເຊຍ, ເພື່ອດຳເນີນການພັກຜ່ອນເປັນເວລາ 4 ວັນແລະຕື່ມເຄື່ອງທີ່ຕ້ອງການ. ຜູ້ຕາງໜ້າຂອງຝ່າຍທະຫານມະເລເຊຍ, ພະນັກງານສະຖານທູດຈີນປະຈຳມະເລເຊຍແລະອື່ນໆທັງໝົດ 200 ກວ່າຄົນໄດ້ໄປຕ້ອນຮັບຢູ່ທ່າກຳປັ່ນ.

 

ໃນໄລຍະຈອດຢູ່ມະເລເຊຍ, ຈີນແລະມະເລເຊຍຈະດຳເນີນການຢ້ຽມຢາມກັນລະຫວ່າງເຈົ້າໜ້າທີ່, ການແຂ່ງຂັນກິລາມິດຕະພາບ, ງານລ້ຽງເທິງດາດຟ້າກຳປັ່ນຮົບແລະກິດຈະກຳແລກປ່ຽນອື່ນໆ.