ປະກາດບົດລາຍງານຄັງປັນຍາ 《ການຮ່ວມມືດ້ານສິ່ງແວດລ້ອມແລະດິນຟ້າອາກາດລະຫວ່າງຈີນກັບເອີຣົບ: ຄວາມຄືບໜ້າກັບການຈ້ອງມອງ》

2024-05-04 16:09:04 cri


ວັນທີ 3 ພຶດສະພານີ້, ບົດລາຍງານຄັງປັນຍາ 《ການຮ່ວມມືດ້ານສິ່ງແວດລ້ອມແລະດິນຟ້າອາກາດລະຫວ່າງຈີນກັບເອີຣົບ: ຄວາມຄືບໜ້າກັບການຈ້ອງມອງ》ໄດ້ປະກາດຕໍ່ທົ່ວໂລກ.


ບົດລາຍງານສະບັບນີ້ແມ່ນສູນຄົ້ນຄວ້າແນວຄິດອະລິຍະທຳດ້ານນິເວດຂອງທ່ານສີຈິ້ນຜິງ, ສູນປະຢັດພະລັງງານແຫ່ງຊາດຈີນແລະຝ່າຍອື່ນໆຮ່ວມກັນປະກາດ. ບົດລາຍງານຊີ້ອອກວ່າ, ໂດຍຜະເຊີນໜ້າກັບສິ່ງທ້າທາຍຕໍ່ລະບົບນິເວດ, ຈີນແລະເອີຣົບຕ້ອງແບກຫາບໜ້າທີ່ຮັບຜິດຊອບ, ດຳເນີນການຮ່ວມມືດ້ານສິ່ງແວດລ້ອມແລະດິນຟ້າອາກາດ, ຮ່ວມກັນປົກປັກຮັກສາການພັດທະນາແບບຍືນຍົງຂອງໜ່ວຍໂລກ. ບົດລາຍງານໄດ້ສະຫຼຸບໝາກຜົນແລະຜົນງານຂອງການຮ່ວມມືດ້ານສິ່ງແວດລ້ອມແລະດິນຟ້າອາກາດລະຫວ່າງຈີນກັບເອີຣົບ, ພ້ອມທັງໄດ້ຈ້ອງມອງອະນາຄົດແຫ່ງການຮ່ວມມືດັ່ງກ່າວ. ບົດລາຍງານຍັງຮຽກຮ້ອງໃຫ້ປັບປຸງການພົວພັນຄູ່ຮ່ວມສີຂຽວລະຫວ່າງຈີນກັບເອີຣົບໃຫ້ແໜ້ນແຟ້ນຂຶ້ນຕື່ມອີກ.