ທ່ານສີຈິ້ນຜິງຕາງໜ້າສູນກາງພັກກອມມູນິດຈີນສົ່ງຄຳອວຍພອນວັນບຸນແລະຄວາມຢື້ຢາມຖາມຂ່າວຢ່າງຈິງໃຈໄປຍັງຊາວໜຸ່ມອັນໄພສານທົ່ວປະເທດຈີນ

2024-05-04 13:07:58 CRI

ເນື່ອງໃນໂອກາດວັນຊາວໜຸ່ມຈີນ 4 ພຶດສະພາວຽນຈະມາເຖິງນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ຕາງໜ້າສູນກາງພັກ, ສົ່ງຄຳອວຍພອນວັນບຸນແລະຄວາມຢື້ຢາມຖາມຂ່າວຢ່າງຈິງໃຈໄປຍັງຊາວໜຸ່ມ ອັນໄພສານທົ່ວປະເທດຈີນ.

 

ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຊາວໜຸ່ມອັນໄພສານຕ້ອງສືບທອດແລະສົ່ງເສີມນ້ຳໃຈຂະບວນການ 4 ພຶດສະພາ, ປະຕິບັດຕາມຄຳຊີ້ນຳຂອງພັກ, ກ້າວໄປຂ້າງໜ້ານຳພັກຢ່າງໝັ້ນໜຽວບໍ່ປ່ຽນແປງ, ພະຍາຍາມເປັນຊາວໜຸ່ມຄົນດີໃນຍຸກໃໝ່ທີ່ມີອຸດົມການ, ກ້າຮັບຜິດຊອບ, ມີຄວາມອົດທົນຕໍ່ຄວາມຫຍຸ້ງຍາກແລະບາກບັ່ນສູ້ຊົນ, ໃນການຊຸກຍູ້ພາລະກິດການສ້າງສາປະເທດໃຫ້ເຂັ້ມແຂງແລະການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ, ສະແດງໃຫ້ເຫັນຜົນງານຂອງໄວໜຸ່ມແລະພາກພົດຂອງໄວໜຸ່ມ, ອຸທິດກຳລັງຂອງໄວໜຸ່ມ, ພະຍາຍາມສ້າງປະຫວັດສາດໄວໜຸ່ມທີ່ກ້າຮັບຜິດຊອບເພື່ອຄວາມທັນສະໄໝແບບຈີນ.