ສື່ມວນຊົນຝຣັ່ງລົງບົດຄວາມຂອງທ່ານສີຈິ້ນຜິງ

2024-05-06 10:35:56 cri

ວັນທີ5ພຶດສະພານີ້, ເນື່ອງໃນໂອກາດທ່ານສີຈິ້ນຜິງ ປະທານປະເທດຈີນເດີນທາງໄປນະຄອນຫຼວງປາຣີເພື່ອຢ້ຽມຢາມຝຣັ່ງທາງລັດຖະກິດ,  ໜັງສືພິມ  ເລີຟີກາໂລ (Le Figaro) ຂອງຝຣັ່ງໄດ້ລົງບົດຄວາມຂອງທ່ານສີຈິ້ນຜິງ ພາຍໃນຫົວຂໍ້ “ສືບທອດຈິດໃຈສ້າງຕັ້ງສາຍພົວພັນທາງການທູດຈີນ-ຝຣັ່ງ ເພື່ອຮ່ວມກັນສົ່ງເສີມສັນຕິພາບແລະການພັດທະນາຂອງໂລກ”.

ເນື້ອໃນບົດຄວາມຂອງທ່ານສີຈິ້ນຜິງລະບຸວ່າ: ປີນີ້ເປັນປີຄົບຮອບ60ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດຈີນ-ຝຣັ່ງ. ສອງປະເທດຈີນ-ຝຣັ່ງສ້າງຕັ້ງສາຍພົວພັນທາງການທູດນຳກັນເປັນການສ້າງຂົວຕໍ່ລະຫວ່າງປະເທດຕາເວັນອອກກັບປະເທດຕາເວັນຕົກ, ທັງເປັນການຊຸກຍູ້ໃຫ້ການພົວພັນສາກົນຂະຫຍາຍຕົວໄປຕາມທິດທາງແຫ່ງການສົນທະນາແລະຮ່ວມມືກັນ. ຕະຫຼອດໄລຍະ60ປີຜ່ານມານີ້, ສາຍພົວພັນຈີນ-ຝຣັ່ງໄດ້ຕິດຕາມກະແສໃຫ້ທ່ວງທັນກັບຍຸກສະໄໝຢ່າງສະເໝີຕົ້ນສະເໝີປາຍ, ໄດ້ເສີມຂະຫຍາຍບົດບາດນຳພາການຖອດຖອນບົດຮຽນແລະແລກປ່ຽນກັນລະຫວ່າງອະລິຍະທຳຢູ່ໃນໂລກ ພ້ອມທັງໄດ້ຊຸກຍູ້ການປະຕິບັດວາລະດ້ານດິນຟ້າອາກາດຂອງໂລກຢ່າງແຂງແຮງ.

ຈີນຍິນດີຮ່ວມກັບຝຣັ່ງເສີມຂະຫຍາຍຈິດໃຈສ້າງຕັ້ງສາຍພົວພັນທາງການທູດນຳກັນ, ຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ຝຣັ່ງໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ເພື່ອປະກອບສ່ວນອັນໃໝ່ເຂົ້າໃນການຊຸກຍູ້ທົ່ວໂລກເພີ່ມທະວີການຮ່ວມມືກັນ. ຈີນຈະເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ, ລົງເລິກການຮ່ວມມືກັບບັນດາປະເທດຢູ່ໃນໂລກເຊິ່ງລວມທັງປະເທດຝຣັ່ງ. ຈີນຍິນດີຮ່ວມກັບຝຣັ່ງເພີ່ມທະວີການແລກປ່ຽນຄວາມເຫັນແລະປະສານງານກັນ, ເພື່ອປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງໂລກ.