ການສົນທະນາລະຫວ່າງຊາວໜຸ່ມຈີນ-ຝຣັ່ງຈັດຂຶ້ນຢູ່ປາຣີຢ່າງສໍາເລັດຜົນ

2024-05-06 21:12:20 CRI

 

    ເນື່ອງໃນໂອກາດທ່ານ ສີຈີ້ນຜິງ ປະທານປະເທດຈີນເດີນທາງໄປຢ້ຽມຢາມຝຣັ່ງທາງລັດຖະກິດ, ວັນທີ 5 ພຶດສະພານີ້ຢູ່ນະຄອນຫຼວງປາຣີປະເທດຝຣັ່ງ, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຮ່ວມກັບສະມາຄົມນັກສຶກສາມະຫາວິທະຍາໄລການເມືອງປາຣີ, ຄະນະກໍາມະການລະຫວ່າງມະຫາວິທະຍາໄລອົງການສະຫະປະຊາຊາດປະຈໍາປາຣີ ແລະ ມະຫາວິທະຍາໄລຈີ້ໜານຈີນ ຈັດການສົນທະນາລະຫວ່າງຊາວໜຸ່ມຈີນ-ຝຣັ່ງ ພາຍໃຕ້ຫົວຂໍ້ “ເຂົ້າໃຈຄວາມທັນສະໄໝແບບຈີນ”.

 


    ໃນໂອກາດນີ້ທ່ານ ເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ຜູ້ອໍານວຍການໃຫຍ່ CMG ພ້ອມດ້ວຍແຂກຖືກເຊີນຂອງຝຣັ່ງໄດ້ຮ່ວມກັນເປັນສັກຂີພິຍານໃຫ້ແກ່ການນໍາສະເໜີບົດລາຍງານການສໍາຫຼວດຄົ້ນຄວ້າຄວາມທັນສະໄໝແບບຈີນຂອງຊາວໜຸ່ມຈີນ-ຝຣັ່ງຢ່າງເປັນທາງການ.

 

    ຢູ່ສະຖານທີ່ຈັດການສົນທະນາ, CMG ແລະ ສະມາຄົມນັກສຶກສາມະຫາວິທະຍາໄລການເມືອງປາຣີ ໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງວິທະຍຸໂທລະພາບສູນກາງຈີນກັບສະມາຄົມນັກສຶກສາມະຫາວິທະຍາໄລການເມືອງປາຣີ.