ໃນໄລຍະພັກວັນກໍາມະກອນສາກົນ, ມີນັກທ່ອງທ່ຽວເກືອບ 17 ລ້ານເທື່ອຄົນເຂົ້າມາທ່ຽວຢູ່ນະຄອນຫຼວງປັກກິ່ງ

2024-05-06 10:54:13 CRI

 

   ໃນໄລຍະພັກວັນກໍາມະກອນສາກົນປີນີ້, ນະຄອນຫຼວງປັກກິ່ງໄດ້ຕ້ອນຮັບນັກທ່ອງທ່ຽວທັງໝົດ 16.966.000 ເທື່ອຄົນ, ເພີ່ມຂຶ້ນ 9,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ແລະ ເພີ່ມຂຶ້ນ 18,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ຂະນະທີ່ຍອດລາຍຮັບຈາກການທ່ອງທ່ຽວໃນປີນີ້ໄດ້ບັນລຸເຖິງ 19 ຕື້ 620 ລ້ານຢວນ, ເພີ່ມຂຶ້ນ 10,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ແລະ ເພີ່ມຂຶ້ນ 23,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ຈໍານວນນັກທ່ອງທ່ຽວ ແລະ ຍອດລາຍຮັບຈາກການທ່ອງທ່ຽວລ້ວນແຕ່ຢູ່ໃນລະດັບສູງສຸດຂອງໄລຍະດຽວກັນໃນປະຫວັດສາດ.


   ໃນໄລຍະພັກວັນກໍາມະກອນສາກົນປີນີ້, ເຂດຊານເມືອງຂອງນະຄອນຫຼວງປັກກິ່ງໄດ້ຕ້ອນຮັບນັກທ່ອງທ່ຽວທັງໝົດ 2.860.000 ເທື່ອຄົນ, ເພີ່ມຂຶ້ນ 22,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023; ສາມາດສ້າງລາຍຮັບຈາກການດຳເນີນທຸລະກິດໄດ້ 340.000.000 ຢວນ, ເພີ່ມຂຶ້ນ 24,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນນັ້ນ, ເມືອງຢຽນຊີ້ງໄດ້ຕ້ອນຮັບນັກທ່ອງທ່ຽວ 1.168.000 ເທື່ອຄົນ, ເມືອງມີ້ຢູນໄດ້ຕ້ອນຮັບນັກທ່ອງທ່ຽວ 493.000 ເທື່ອຄົນ ແລະ ເມືອງຫວຍໂຣໄດ້ຕ້ອນຮັບນັກທ່ອງທ່ຽວ 331.000 ເທື່ອຄົນ, ຢູ່ອັນດັບທີ 1 ຫາ 3 ຂອງເມືອງທີ່ຕ້ອນຮັບນັກທ່ອງທ່ຽວຫຼາຍທີ່ສຸດ. ນອກນັ້ນ, ນະຄອນຫຼວງປັກກິ່ງຍັງໄດ້ຈັດກິດຈະກໍາວັດທະນະທໍາ ແລະ ທ່ອງທ່ຽວ 2.700 ກວ່າຄັ້ງ ເພື່ອອອກແຮງຊຸກຍູ້ຂະແໜງການວັດທະນະທໍາ ແລະ ທ່ອງທ່ຽວໃຫ້ໄດ້ຮັບການຍົກລະດັບມີຄຸນນະພາບ ແລະ ມີປະສິດທິຜົນສູງຂຶ້ນ.