ງານຕະຫຼາດນັດສິນຄ້າຂາເຂົ້າຂາອອກຈີນອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ

2024-05-06 11:05:27 CRI

 

   ວັນທີ 5 ພຶດສະພານີ້, ງານຕະຫຼາດນັດສິນຄ້າຂາເຂົ້າຂາອອກຈີນຄັ້ງທີ 135 ທີ່ຈັດຂຶ້ນຢູ່ນະຄອນກວາງໂຈ່ວແຂວງກວາງຕຸ້ງໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ.


   ງານຕະຫຼາດນັດຄັ້ງນີ້ໄດ້ມີວິສາຫະກິດ 680 ແຫ່ງຈາກ 50 ປະເທດ ແລະ ເຂດແຄວ້ນມາເຂົ້າຮ່ວມວາງສະແດງ, ໃນນັ້ນ, ວິສາຫະກິດຈາກປະເທດ ແລະ ເຂດແຄວ້ນທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກວມເອົາ 64%.



   ນັບມາຮອດວັນທີ 4 ພຶດສະພານີ້, ມີນັກທຸລະກິດຕ່າງປະເທດ 246.000 ຄົນຈາກ 215 ປະເທດ ແລະ ເຂດແຄວ້ນໄດ້ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້ຜ່ານທາງອອຟລາຍ, ເພີ່ມຂຶ້ນ 24,5% ເມື່ອທຽບໃສ່ງານຕະຫຼາດນັດຄັ້ງຜ່ານມາ, ສ້າງສະຖິຕິໃໝ່ໃນປະຫວັດສາດ. ວິສາຫະກິດທີ່ເຂົ້າຮ່ວມວາງສະແດງຜ່ານທາງອອຟລາຍໄດ້ວາງສະແດງສິນຄ້າໃໝ່ຫຼາຍກວ່າ 1.000.000 ອັນຢູ່ກັບບ່ອນ, ທັງໄດ້ຈັດງານນໍາສະເໜີສິນຄ້າໃໝ່ 334 ຄັ້ງ.


   ນອກນັ້ນ, ຍັງມີນັກທຸລະກິດຕ່າງປະເທດ 408.000 ຄົນຈາກ 229 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກໄດ້ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້ຜ່ານທາງອອນລາຍ. ນັບມາຮອດວັນທີ 4 ພຶດສະພານີ້, ຍອດມູນຄ່າຄ້າຂາຍຜ່ານທາງອອຟລາຍຂອງງານຕະຫຼາດນັດສິນຄ້າຂາເຂົ້າຂາອອກຈີນຄັ້ງນີ້ໄດ້ບັນລຸເຖິງ 24 ຕື້ 700 ລ້ານໂດລາ, ເພີ່ມຂຶ້ນ 10,7% ເມື່ອທຽບໃສ່ຄັ້ງທີ່ຜ່ານມາ.