ລາຍການ “ຄຳບູຮານທີ່ທ່ານສີຈິ້ນຜິງມັກ” ສະບັບພາສາຕ່າງປະເທດໄດ້ອອກອາກາດຜ່ານທາງສື່ສຳຄັນຂອງຝຣັ່ງ

2024-05-06 22:04:35 cri

 

ໃນໄລຍະທີ່ທ່ານສີຈິ້ນຜິງ ປະທານປະເທດຈີນຢ້ຽມຢາມຝຣັ່ງທາງລັດຖະກິດ, ພິທີນຳສະເໜີລາຍການ “ຄຳບູຮານທີ່ທ່ານສີຈິ້ນຜິງມັກ” ສະບັບພາສາຕ່າງປະເທດທີ່ຜະລິດໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດຂຶ້ນໃນວັນທີ6ພຶດສະພານີ້ຢູ່ນະຄອນຫຼວງປາຣີຂອງຝຣັ່ງ. 

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ລາຍການດັ່ງກ່າວຈະອອກອາກາດຜ່ານສື່ຕ່າງໆຢ່າງຕໍ່ເນື່ອງ ເຊັ່ນ: DailyMotion, ກຸ່ມສື່ມວນຊົນ Entreprendre ຝຣັ່ງ ແລະອື່ນໆ. ລາຍການດັ່ງກ່າວພ້ອມດ້ວຍວີດີໂອໂຄສະນາຍັງຈະອອກອາກາດຜ່ານສື່ສຳຄັນຂອງເອີຣົບແລະທົ່ວໂລກເກືອບຮ້ອຍແຫ່ງຕື່ມອີກ ເຊັ່ນ: ໂທລະພາບEuronews ແລະ ໂທລະພາບເສດຖະກິດ BFM ຝຣັ່ງເປັນຕົ້ນ.