ຜູ້ຕາງໜ້າພິເສດຂອງທ່ານສີຈິ້ນຜິງເຂົ້າຮ່ວມກອງປະຊຸມຫົວໜ້າລັດຖະບານຄັ້ງທີ 15 ຂອງອົງການຮ່ວມມືອິສລາມ

2024-05-06 11:01:27 cri

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານອາດາມາ ບາໂຣ ປະທານາທິບໍດີກຳບີ, ທ່ານເຈີ້ງຈ້ຽນປ່າງ ຮອງປະທານສະພາປະຊາຊົນແຫ່ງຊາດຈີນ, ຜູ້ຕາງໜ້າພິເສດຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມຫົວໜ້າລັດຖະບານຄັ້ງທີ 15 ຂອງອົງການຮ່ວມມືອິສລາມທີ່ຈັດຂຶ້ນຢູ່ນະຄອນຫຼວງບານຈູນຂອງກຳບີໃນລະຫວ່າງວັນທີ 4-5 ພຶດສະພານີ້ ແລະ ໄດ້ອ່ານສານຊົມເຊີຍຂອງທ່ານສີຈິ້ນຜິງໃນພິທີໄຂກອງປະຊຸມ.

ໃນເວລາຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານເຈີ້ງຈ້ຽນປ່າງ, ທ່ານບາໂຣໄດ້ສະແດງຄວາມຂອບໃຈຢ່າງຈິງໃຈທີ່ທີ່ທ່ານປະທານສີຈິ້ນຜິງໄດ້ສົ່ງຜູ້ຕາງໜ້າພິເສດມາເຂົ້າຮ່ວມກອງປະຊຸມຄັ້ງນີ້. ທ່ານບາໂຣກ່າວວ່າ: ຈີນໄດ້ໃຫ້ການຊ່ວຍເຫຼືອຢ່າງຫຼວງຫຼາຍແກ່ການພັດທະນາດ້ານເສດຖະກິດ-ສັງຄົມຂອງກຳບີ, ກຳບີທະໜຸຖະໜອມມິດຕະພາບກັບຈີນ, ເດັດດ່ຽວຍຶດໝັ້ນສະໜັບສະໜູນຫຼັກການປະເທດຈີນດຽວ, ຍິນດີຮ່ວມກັບຈີນລົງເລິກການຮ່ວມມືໃນຂົງເຂດຕ່າງໆ, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງຝ່າຍມີຄວາມຄືບໜ້າຫຼາຍກວ່າເກົ່າ.