ປະຊາຊົນຍີ່ປຸ່ນຈັດງານໂຮມຊຸມນຸມເພື່ອຄັດຄ້ານແຜນການຍົກຍ້າຍສິ່ງເສດເຫຼືອນິວເຄລຍຂອງລັດຖະບານຍີ່ປຸ່ນ

2024-05-06 14:31:42 cri


ສຳນັກຂ່າວສານກຽວໂດຍີ່ປຸ່ນລາຍງານໃນວັນທີ 5 ພຶດສະພານີ້ວ່າ: ປະຊາຊົນຍີ່ປຸ່ນໄດ້ຈັດງານໂຮມຊຸມນຸມຢູ່ສວນສາທາລະນະໂອໂດຣິ ຂອງນະຄອນຊັບໂປໂຣແຂວງຮອ໋ກໄກໂດໃນວັນທີ 5 ພຶດສະພານີ້, ເພື່ອຄັດຄ້ານແຜນການຂອງລັດຖະບານຍີ່ປຸ່ນທີ່ຈະຍົກຍ້າຍສິ່ງເສດເຫຼືອນິວເຄລຍໄປໄວ້ຢູ່ແຂວງຮອ໋ກໄກໂດ, ພ້ອມກັນນັ້ນຍັງຄັດຄ້ານແຜນການເປີດໂຮງໄຟຟ້ານິວເຄລຍ ໂທມະຣິທີ່ຕັ້ງຢູ່ແຂວງ ຮອ໋ກໄກໂດຄືນໃໝ່. ຝ່າຍຈັດງານໂຮມຊຸມນຸມກ່າວວ່າ, ມີປະຊາຊົນຍີ່ປຸ່ນເກືອບ 200 ຄົນໄດ້ເຂົ້າຮ່ວມງານໂຮມຊຸມນຸມດັ່ງກ່າວ.