ຈັດກິດຈະກຳແລກປ່ຽນວັດທະນະທຳເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດຈີນ-ຝຣັ່ງຄົບຮອບ60ປີຢູ່ນະຄອນຫຼວງປາຣີ

2024-05-06 21:41:22 CRI



ເນື່ອງໃນໂອກາດທ່ານ ສີຈີ້ນຜິງ ປະທານປະເທດຈີນເດີນທາງໄປຢ້ຽມຢາມຝຣັ່ງທາງລັດຖະກິດ, ວັນທີ 5 ພຶດສະພານີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMGໄດ້ຈັດກິດຈະກຳແລກປ່ຽນວັດທະນະທຳເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດຈີນ-ຝຣັ່ງຄົບຮອບ60ປີ ຢູ່ນະຄອນຫຼວງປາຣີປະເທດຝຣັ່ງ.



ຢູ່ສະຖານທີ່ຈັດກິດຈະກຳ ຍັງໄດ້ເປີດງານວາງສະແດງດິຈີຕອນ “ໂຄງການເຜີຍແຜ່ສິລະປະຈີນ”ສະບັບພາສາຝຣັ່ງ ແລະງານວາງສະແດງຮູບພາບແລະວິດີໂອ “ດາວເຄາະໝີແພນດ້າ”(Panda Planet) ເພື່ອສະແດງໃຫ້ຊາວໂລກໄດ້ເຫັນເຖິງສິລະປະດັ້ງເດີມຂອງຈີນກໍຄືພາບພົດທີ່ມີຊີວິດຊີວາຂອງໝີແພນດ້າໃນຍຸກດິຈີຕອນ.

ນອກນີ້, ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວແລະວັດທະນະທຳຈີນ-ຝຣັ່ງ, ກິດຈະກຳສັບພະສື່ຂອງCMGໃນຫົວຂໍ້ “ພົບກັບບ້ານຊົນນະບົດທີ່ສວຍງາມທີ່ສຸດ”ກໍໄດ້ຈັດຂຶ້ນຢ່າງເປັນທາງການໃນມື້ດຽວກັນ ເພື່ອສະແດງໃຫ້ເຫັນທິວທັດບ້ານຊົນນະບົດທີ່ສວຍງາມຂອງຈີນແລະຝຣັ່ງ, ແບ່ງປັນບົດຮຽນດ້ານການພັດທະນາຊົນນະບົດຂອງຈີນແລະຝຣັ່ງ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ການແລກປ່ຽນວັດທະນະທຳລະຫວ່າງສອງປະເທດໃຫ້ມີຊີວິດຊີວາຫຼາຍຂຶ້ນ.