ກູບາປະກາດຍົກເວັ້ນວີຊາໃຫ້ພນລະເມືອງຈີນທີ່ຖືວີຊາທຳມະດາ

2024-05-06 14:32:23 cri


ວັນທີ 5 ພຶດສະພານີ້, ກະຊວງການຕ່າງປະເທດກູບາອອກປະກາດແຈ້ງການຜ່ານເວັບໄຊຂອງຕົນວ່າ: ລັດຖະບານກູບາຕົກລົງປະຕິບັດນະໂຍບາຍຍົກເວັ້ນວີຊາໃຫ້ພົນລະເມືອງຈີນທີ່ຖືວີຊາທຳມະດາເຂົ້າເມືອງ ແລະ ຜ່ານດິນແດນກູບາບໍ່ກາຍ 90 ວັນ.

ປະກາດແຈ້ງການລະບຸວ່າ: ຂໍ້ຕົກລົງດັ່ງກ່າວມີເປົ້າໝາຍເພື່ອເພີ່ມທະວີການພັດທະນາຂະແໜງການທ່ອງທ່ຽວຂອງຕົນ, ອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນຂອງນັກທ່ອງທ່ຽວ, ຈະສ້າງເງື່ອນໄຂປະກອບສ່ວນເຂົ້າໃນການແລກປ່ຽນລະຫວ່າງປະຊາຊົນທັງສອງປະເທດ. ຖະແຫຼງການລະບຸອີກວ່າ: ພົນລະເມືອງຈີນທີ່ເຂົ້າດິນແດນກູບາຫຼາຍກວ່າ 90 ວັນຕ້ອງຮ້ອງຂໍວີຊາຕາມທາງຄວນ. ຖະແຫຼງການລະບຸຕື່ມວ່າ: ພົນລະເມືອງຈີນທີ່ເຂົ້າດິນແດນກູບາເພື່ອເຮັດວຽກ, ຮ່ຳຮຽນ, ອາໄສຢູ່ ແລະ ລາຍງານຂ່າວ, ຕ້ອງຮ້ອງຂໍວີຊາຕາມທາງຄວນກ່ອນເຂົ້າດິນແດນກູບາ.