ຄວາມທັນສະໄໝແບບຈີນຈະສ້າງໂອກາດໃຫ້ແກ່ການພັດທະນາຮ່ວມອັນມະຫາສານ

2024-05-06 14:36:22 cri

“ຄວາມທັນສະໄໝແບບຈີນບໍ່ພຽງແຕ່ມີສີສັນພິເສດອັນສົດໃສ ທີ່ຖືກກັບສະພາບຄວາມເປັນຈິງຂອງຈີນເທົ່ານັ້ນ, ຫາກຍັງມີຄວາມໝາຍທົ່ວໂລກທີ່ເລິກເຊິ່ງແລະກວ້າງຂວາງອີກດ້ວຍ.” ເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງ ປະທານປະເທດຈີນເດີນທາງໄປຢ້ຽມຢາມເອີຣົບ, ຜູ້ຊ່ຽວຊານ ແລະ ນັກທຸລະກິດຂອງສອງປະເທດຈີນ ແລະ ຝຣັ່ງໄດ້ເປິກສາຫາລືກັນໃນກອງປະຊຸມເວທີເປິກສາຫາລືການຮ່ວມມື ແລະ ການພັດທະນາດ້ານວັດທະນະທຳຈີນ-ຝຣັ່ງ ທີ່ຈັດຂຶ້ນຢູ່ນະຄອນຫຼວງປາຣີຂອງຝຣັ່ງ ໂດຍປິ່ນອ້ອມຫົວຂໍ້ “ຄວາມທັນສະໄໝແບບຈີນ”.


ຄວາມທັນສະໄໝແບບຈີນໄດ້ເນັ້ນໃສ່ການໃຫ້ປະເທດຕ່າງໆໃນໂລກຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຊຸກຍູ້ການຮ່ວມກັນໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ພ້ອມທັງປະກອບສ່ວນເພື່ອສັນຕິພາບແລະການພັດທະນາຂອງໂລກ. ທ່ານສີຈິ້ນຜິງ ປະທານປະເທດຈີນເຄີຍກ່າວວ່າ: “ທ່ວງທ່າໃຫຍ່ຂອງປະຫວັດສາດຈະບໍ່ມີການປ່ຽນແປງ, ການຕັດສາຍພົວພັນດ້ານເສດຖະກິດບໍ່ແມ່ນວິທີທາງອອກ, ການເປີດປະຕູສູ່ພາຍນອກ ແລະ ການຮ່ວມມື ເປັນທາງເລືອກພຽງໜຶ່ງດຽວເທົ່ານັ້ນ.” ບໍ່ວ່າສະຖານະການສາກົນຈະຜັນແປໄປທາງໃດ, ຈີນກໍຈະຢືນຢູ່ທາງເລືອກປະຫວັດສາດທີ່ຖືກຕ້ອງຢ່າງສະເໝີຕົ້ນສະເໝີປາຍ, ຊຸກຍູ້ການພັດທະນາດ້ວຍການເປີດປະຕູສູ່ພາຍນອກ, ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ສ້າງໂອກາດໃໝ່ໃຫ້ແກ່ໂລກ ດ້ວຍການພັດທະນາໃໝ່ຂອງຈີນ.

ປີນີ້ແມ່ນປີສຳຄັນອີກປີໜຶ່ງທີ່ຈີນລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານ. ພາຍໃຕ້ການຊີ້ນຳນຳພາຂອງທ່ານປະທານສີຈິ້ນຜິງ, ຈີນໄດ້ວາງນະໂຍບາຍແລະມາດຕະການຕ່າງໆຕາມໆກັນ ເພື່ອຍົກລະດັບການເປີດປະຕູສູ່ພາຍນອກຂຶ້ນສູ່ລະດັບສູງ ເຊັ່ນ: ສັນຍາຍົກເວັ້ນວີຊາລະຫວ່າງຈີນກັບສິງກະໂປ ແລະ ໄທມີຜົນບັງຄັບໃຊ້ຢ່າງເປັນທາງການ; ໄດ້ທົດລອງຍົກເວັ້ນວີຊາໃຫ້ແກ່ຜູ້ຖືພາສປອດທຳມະດາຂອງ 6 ປະເທດ ຄື: ສະວິດ, ອຽກລັງ, ຮົງກາຣີ, ໂອຕຣິດ, ແບນຊິກ ແລະ ລູກຊຳບວກ; ໄດ້ສ້າງຄວາມສະດວກດ້ານການຊຳລະບັນຊີຕື່ມອີກໃຫ້ແກ່ຊາວຕ່າງປະເທດທີ່ເດີນທາງເຂົ້າຈີນ ແລະອື່ນໆ. ການປັບປຸງນະໂຍບາຍ ແລະ ມາດຕະການຕ່າງໆໃຫ້ດີຂຶ້ນຕື່ມອີກຄືດັ່ງກ່າວ ໄດ້ສ່ອງແສງໃຫ້ເຫັນວ່າ, ຈີນມີຄວາມຈິງໃຈໃນການເປີດປະຕູສູ່ພາຍນອກ ແລະ ຮ່ວມມືກັນ, ທັງໄດ້ສ້າງໂອກາດຫຼາຍກວ່າເກົ່າໃຫ້ແກ່ການໄປມາຫາສູ່ກັນບົນຈິດໃຈໄມຕີຈິດມິດຕະພາບ ແລະ ການຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຈີນກັບຕ່າງປະເທດ. ນອກນີ້, ຈີນຍັງໄດ້ວາງ “ແຜນດຳເນີນງານໃນການຊຸກຍູ້ການເປີດປະຕູສູ່ພາຍນອກຢ່າງມີລະດັບສູງ ເພື່ອຊ່ວຍດຶງດູດທຶນຕ່າງປະເທດໃຫ້ໄດ້ຫຼາຍກວ່າເກົ່າ”, ຈີນໄດ້ເປີດເຜີຍບັນຊີດ້ານລົບກ່ຽວກັບດ້ານການຄ້າແລະການບໍລິການຂ້າມຊາດໃນຂອບເຂດທົ່ວປະເທດເປັນຄັ້ງທຳອິດ, ມາດຕະການເຫຼົ່ານີ້ໄດ້ເປີດກວ້າງພື້ນທີ່ການລົງທຶນຂອງນັກທຸລະກິດຕ່າງປະເທດ, ໄດ້ປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດໃຫ້ດີຂຶ້ນ ແລະ ເພີ່ມຄວາມໝັ້ນໃຈຂອງນັກທຸລະກິດຕ່າງປະເທດໃນການພັດທະນາຢູ່ຈີນ.


ໄຕມາດທຳອິດປີນີ້, ມີວິສາຫະກິດການລົງທຶນຂອງຕ່າງປະເທດ 12.000 ແຫ່ງສ້າງຕັ້ງຂຶ້ນຢູ່ຈີນ, ເພີ່ມຂຶ້ນ 20,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ການລົງທຶນຕົວຈິງຂອງຕ່າງປະເທດມີເຖິງ 310.67 ຕື້ຢວນ, ເພີ່ມຂຶ້ນ 41,7% ເມື່ອທຽບໃສ່ໄຕມາດທີ 4 ຂອງປີກາຍ. GDP ຂອງຈີນໄດ້ເພີ່ມຂຶ້ນ 5,3% ໃນໄຕມາດທຳອິດປີນີ້. ຫຼາຍອົງການຈັດຕັ້ງສາກົນລ້ວນແຕ່ໄດ້ປັບຄາດໝາຍຕໍ່ການເຕີບໂຕຂອງເສດຖະກິດຈີນໃນປີນີ້ໃຫ້ສູງຂຶ້ນຕາມໆກັນ.

ນັບແຕ່ຈີນໄດ້ສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນຕົ້ນມາ, ໄດ້ດຶງດູດ 150 ກວ່າປະເທດ ແລະ 30 ກວ່າອົງການຈັດຕັ້ງສາກົນເຂົ້າຮ່ວມ, ໄດ້ປະຕິບັດໂຄງການຮ່ວມມືຫຼາຍພັນໂຄງການ ແລະ ໄດ້ຮ່ວມກັນລົງທຶນເກືອບພັນຕື້ໂດລາ. ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ສ່ອງແສງໃຫ້ເຫັນເຖິງໂຄງຄວາມຄິດດ້ານການຮ່ວມມືສາກົນຂອງຈີນຢ່າງເຕັມທີ່ ແລະ ໄດ້ສ້າງຜົນການຮ່ວມມືທີ່ໂດດເດັ່ນ. ຄຽງຄູ່ກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກ້າວເຂົ້າສູ່ໄລຍະການພັດທະນາທີ່ມີຄຸນນະພາບສູງ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຈີນກັບຝ່າຍຕ່າງໆກໍຈະກ້າວຂຶ້ນສູ່ລະດັບໃໝ່. ໂດຍຜ່ານຈາກການຮ່ວມມືດ້ານເສດຖະກິດການຄ້າ, ການຊົມໃຊ້ໝາກຜົນການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີຮ່ວມກັນ, ການປັບປຸງການເຊື່ອມຕໍ່ກັນລະຫວ່າງຊາດໃຫ້ດີຂຶ້ນ ແລະ ວິທີອື່ນໆ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ ຈະຊຸກຍູ້ການເຕີບໂຕແບບກວມລວມລະຫວ່າງຈີນກັບຄູ່ຮ່ວມມືໃຫ້ໄດ້ດີກວ່າເກົ່າ.


ປັດຈຸບັນ, ໂລກພວມປະເຊີນໜ້າກັບສິ່ງທ້າທາຍທີ່ສັບສົນ, ໂລກຕ້ອງການການຮ່ວມມືຫາກບໍ່ແມ່ນການເປັນປໍລະປັກກັນ, ຕ້ອງການການພົວພັນເປັນຄູ່ຮ່ວມມື ຫາກບໍ່ແມ່ນ “ຕັດສາຍພົວພັນດ້ານເສດຖະກິດ”. ຈີນໄດ້ພະຍາຍາມປູກດອກໄມ້ສົດໃນສວນດອກໄມ້ແຫ່ງອະລິຍະທຳຂອງມວນມະນຸດ, ສຸມໃສ່ການສ້າງໂອກາດການພັດທະນາໃຫ້ແກ່ໂລກດ້ວຍຄວາມທັນສະໄໝແບບຈີນ, ຊຸກຍູ້ຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.